ໃນວັນທີ 28 ພະຈິກ 2022 ຢູ່ທີ່ວັດບ້ານທ່າໂພໄຊ ເມືອງວຽງຄຳ ແຂວງວຽງຈັນ ອຳນາດການປົກຄອງບ້ານ, ອອກຕົນຍາດໂຍມ ແລະ ເຈົ້າສັດທາຕ່າງໆຢູ່ບ້ານດັ່ງກ່າວ ໄດ້ຈັດພິທີສົມໂພດພັດທະສິມມາ ວັດທ່າໂພໄຊ ໄຊຍະມັງຄະລາລາມ ເຊິ່ງເປັນກຽດເຂົ້າຮ່ວມຂອງ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງວຽງຈັນ, ມີທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງວຽງຈັນ, ທ່ານ ແກ້ວໃຈ ພູມມີ ຮອງເຈົ້າເມືອງໆວຽງຄຳ, ພ້ອມດ້ວຍອຳນາດການປົກຄອງ ແລະ ອອກຕົນຍາດໂຍມເຂົ້າຮ່ວມ.
ໃນພິທີສົມໂພດພັດທະສິມມາ ທ່ານດາວໂວດ ດວງພະຈັນ ນາຍບ້ານໆທ່າໂພໄຊ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດກໍ່ສ້າງພັດທະສິມມາ, ຜ່ານປະຫວັດຄວາມເປັນມາຂອງວັດທ່າໂພໄຊ ແລະ ຜ່ານບົດສະຫຼຸບການກໍ່ສ້າງພັດທະສິມມາ, ພ້ອມນັ້ນກໍ່ໄດ້ມີການມອບໃບຍ້ອງຍໍຂັ້ນແຂວງ ແລະ ໃບກຽດຕິຄຸນຂັ້ນບ້ານໃຫ້ອົງການຈັດຕັ້ງຫ້າງຮ້ານ, ບໍລິສັດ ແລະ ນິຕິບຸກຄົນທີ່ມີຜົນງານປະກອບສ່ວນສ້າງພັດທະສິມມາ ຈາກນັ້ນທ່ານຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງວຽງຈັນກໍ່ໄດ້ມີຄຳຄິດເຫັນຕໍ່ງານສົມໂພດພັດທະສິມມາ ແລະ ໃຫ້ກຽດຂຶ້ນລັ່ນຄ້ອງ ເພື່ອເປີດງານຢ່າງເປັນທາງການ ເຊິ່ງງານດັ່ງກ່າວຈະດຳເນີນໄປຮອດວັນທີ 6 ທັນວາ 2022.