ຄະນະນັກສຶກສາລະບົບເລັ່ງລັດ 5 ເດືອນຮຸ່ນທີ 31 ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ລົງທັດສະນະສຶກສາຢູ່ແຂວງວຽງຈັນ ເຊິ່ງນຳພາໂດຍ ທ່ານ ແສງທອງ ພຸດທະວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ຫົວໜ້າຄະນະນັກສຶກສາ ລວມທັງໝົດ 57 ທ່ານ.
ພິທີຕ້ອນຮັບຄະນະດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງວຽງຄຳ, ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງໆວຽງຈັນ, ຊື່ງໃນພິທີດັ່ງກ່າວທ່ານ ຮອງເຈົ້າແຂວງໄດ້ມີຄຳເຫັນກ່າວຕ້ອນຮັບ, ພ້ອມນັ້ນໃນພິທີຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ສະເໜີໂດຍທ່ານ ເຕັງເມັງ ຢາງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນ.
ພ້ອມນີ້ຄະນະນັກສຶກສາລະບົບເລັ່ງລັດ 5 ເດືອນຮຸ່ນທີ 31 ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດກໍ່ໄດ້ຂື້ນພົບປະແລກປ່ຽນບົດຮຽນຫຼາຍດ້ານນຳກັນຢ່າງກົງໄປກົງມາ. ຂະບວນທັດສະນະແມ່ນຈະໄດ້ລົງເຄື່ອນໄຫວແຕ່ວັນທີ 5-10 ທັນວາ 2022.