header

ທ່ານ ປອ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງວຽງຈັນ ຕ້ອນຮັບປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ

             

ໃນໂອກາດດັ່ງກ່າວ ທ່ານ ປອ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ກໍ່ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ລາຍງານສະພາບຈຸດພິເສດຂອງແຂວງວຽງຈັນໃຫ້ຊາບໂດຍສະເພາະແມ່ນແຂວງວຽງຈັນເປັນແຂວງ ທີ່ມີຊາຍແດນຕິດກັບນະຄອນຫຼວງວຽງຈັນ ແລະ ໄດ້ມີການພົວພັນຮ່ວມມືກັບຫຼາຍປະເທດໂດຍສະເພາະແມ່ນ ສສ.ຫວຽດນາມ, ສປ.ຈີນ,ໄທ, ຍີ່ປຸ່ນ, ເກົາຫຼີໃຕ້, ລຸກຊໍາບວກ ແລະ ອື່ນໆ ເຊິ່ງໃນໄລຍະຜ່ານມາສາມາດຍາດແຍ່ງເອົາແຫຼ່ງທຶນມາພັດທະນາແຂວງວຽງຈັນໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານສາທາລະ ນະສຸກ, ກະສິກໍາ, ພື້ນຖານໂຄງລ່າງ ແລະ ອື່ນໆ, ພ້ອມນີ້ ທ່ານຫົວໜ້າຫ້ອງວ່າການແຂວງຍັງໄດ້ສະເໜີໃຫ້ກະຊວງການຕ່າງປະເທດຊ່ວຍຍົກລະດັບພະນັກງານດ້ານພິທີການ-ການທູດ, ການແປພາສາ ແລະ ສະໜອງວັດຖຸອຸປະກອນອັນຈຳເປັນໃຫ້ແຂວງວຽງຈັນຕາມທ່າແຮງ.

    

ໃນການມາຢ້ຽມຢາມແຂວງວຽງຈັນໃນເທື່ອນີ້, ທ່ານ ນ.ໄກມະນີ ອໍລະບູນ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດກໍໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ແຂວງວຽງຈັນເຊິ່ງມີ ສະບູ 25 ແກັດ,ເຄື່ອງແທກລວງສູງ 25 ເຄື່ອງ, ເຄື່ອງວັດແທກອຸນຫະພູມ 2 ແກັດ, ເຄື່ອງຫຼິ້ນເດັກນ້ອຍ 5 ແກັດ, ເຄື່ອງກວດໂຄວິດ 5 ແກັດ,ຜ້າອັດປາກ 10 ແກັດ,ຖົງມືການແພດ 5 ແກັດອີກດ້ວຍ.