header

ຫ້ອງວ່າການປົກຄອງແຂວວຽງຈັນ ຈັດຕັ້ງປະຖະກະຖາ ວັນສຳຄັນຂອງຊາດ

ໃນວັນທີ 14/12/2017 ທີ່ຜ່ານມາ ຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ຈັດກອງປະຊຸມປະຖະກະຖາປານາ  ສປປ ລາວ ຄົບຮອບ 42 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 97 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳພູທອນ ເທບສຸພົນ, ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ, ເຊິ່ງມີບັນດາຄະນະຫ້ອງການປົກຄອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການສັງກັດຫ້ອງວ່າການ ແລະ ພະນັກງານຫ້ອງວ່າການປົກຄອງແຂວງວຽງຈັນ ເຂົ້າຮ່ວມ.