header

ໜ່ວຍຊາວໜຸ່ມຮາກຖານ ຫ້ອງວ່າການແຂວງວຽງຈັນ ຈັດກອງປະຊຸມໃຫຍ່ ຄັ້ງທີ V.

ກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍຊາວໜຸ່ມຮາກຖານຫ້ອງວ່າການແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມເບີ2 ຫ້ອງວ່າການແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພູຄຳ ສຸດທິຈັກ ເລຂາຄະນະພັກຮາກຖານ,ຫົວໜ້າຫ້ອງວ່າການ ແຂວງວຽງຈັນ, ສະຫາຍ ດາວສະຫວັນ ລາດສະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ,ມີບັນດາສະມາຊິກຊາວໜຸ່ມພາຍໃນຫ້ອງວ່າການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ທອງຫຼໍ່ ທຸມມະວົງ ຮອງເລຂາຊາວໜຸ່ມຮາກຖານຫ້ອງວ່າການ ແຂວງວຽງຈັນ ໄດ້ກ່າວໃນຮ່າງບົດລາຍງານການເມືອງບາງຕອນວ່າ: ໜ່ວຍຊາວໜຸ່ມຮາກຖານຫ້ອງວ່າການ ແຂວງວຽງຈັນ ມີສະມາຊິກ 63 ສະຫາຍ,ຍິງ 30 ສະຫາຍ. ໃນໄລຍະຜ່ານມາຄະນະໜ່ວຍຊາວໜຸ່ມຮາກຖານຫ້ອງວ່າການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ບັນດາສະມາຊິກຊາວໜຸ່ມໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດ, ມີຄວາມເປັນເອກະພາບຕໍ່ແນວທາງອັນຖືກຕ້ອງຂອງພັກ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດ ເພຶ່ອເຂົ້າຮຽນເອກະສານສະໜັບສະໜູນເຂົ້າເປັນສະມາຊິກພັກ 40 ສະຫາຍ, ຍິງ 12 ສະຫາຍ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ 36 ສະຫາຍ,ຍິງ12ສະຫາຍ, ຊຸກຍູ້ສົ່ງເສີມໃຫ້ສະມາຊິກຊາວໜຸ່ມໄດ້ຮັບການຍົກລະດັບທາງດ້ານທິດສະດີ-ການເມືອງ, ຝຶກອົບຮົມວຽກງານວິຊາສະເພາະ, ວຽກງານກໍ່ສ້າງພັກ-ພະນັກງານ ຢູ່ພາຍໃນ ແລະ ຕ່າງປະເທດ, ປຸກລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມວຽກງານໄພພິບັດ ແລະ ການບໍລິຈາກເລືອດ ເພຶ່ອຊ່ວຍເຫຼືອສັງຄົມ ໄດ້ 3 ຄັ້ງ, ໄດ້ເລືອດ 18 ຖົງ, ເຂົ້າຮ່ວມວຽກງານຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໂດຍສະເພາະການສ້າງເສດຖະກິດຄອບຄົວໃຫ້ສູງຂຶ້ນ ແລະ ການສ້າງກອງທຶນຊາວໜຸ່ມ.

ດ້ານວຽກງານວິຊາສະເພາະສະມາຊິກຊາວໜຸ່ມແຕ່ລະສະຫາຍ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມທິດຊີ້ນຳຂອງຄະນະພັກ-ຄະນະຫ້ອງວ່າການແຂວງ ບົນພື້ນຖານການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ໂດຍໄດ້ເອົາໃຈໃສ່ຊີ້ນຳສະມາຊິກຊາວໜຸ່ມປະຕິບັດວຽກງານຕາມວິຊາສະເພາະຂອງຕົນ ບົນພື້ນຖານການເພີ່ມທະວີດ້ານທິດສະດີ ແລະ ພຶດຕິກຳໃຫ້ສູງຂຶ້ນເລື້ອຍໆ.

 

ໃນທີ່ປະຊຸມບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຮາກຖານຫ້ອງວ່າການແຂວງວຽງຈັນຊຸດໃໝ່ 7 ສະຫາຍ, ຍິງ 1 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ແພງປິວ ທິດຫຼ່ຽມຂວັນ ເປັນເລຂາ, ເລືອກເອົາ ສະຫາຍ ສີປະເສີດ ພວງຈັນດີ ແລະ ສະຫາຍ ນາງ ປາມວນ ຫຼວງລາດ ເປັນຮອງເລຂາ ແລະ ຍັງໄດ້ເລືອກເອົາຜູ້ແທນ 2 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງວຽງຈັນຄັ້ງທີ່ VIII ຕື່ມອີກ.