header

ກອງປະຊຸມໃຫຍ່ໜ່ວຍພັກຂະແໜງກໍ່ສ້າງຮາກຖານການເມືອງ

 

ໃນຕອນບ່າຍຂອງວັນທີ 10 ສິງຫາ 2020 ທີ່ຫ້ອງປະຊຸມເບີ 2 ຂອງຫ້ອງວ່າການແຂວງວຽງຈັນໄດ້ຈັດກອງປະຊຸມໃຫຍ່ຂອງໜ່ວຍພັກຂະແໜງກໍ່ສ້າງຮາກຖານການເມືອງຂື້ນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພູຄຳ ສຸດທິຈັກ ເລຂາໜ່ວຍພັກ, ຫົວໜ້າຫ້ອງວ່າການແຂວງ, ມີແຂກຖືກເຊີນ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມເປັນຈຳນວນ 21 ສະຫາຍ, ຍິງ 4 ສະຫາຍ.

ໃນກອງປະຊຸມຊະມາຊິກພັກຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງທັງ 2 ພາກ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານຊຸດເກົ່າ, ໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ, ທີ່ສະເໜີໂດຍ ທ່ານ ຄຳແປງ ພັນດາລາ ເລຂາໜ່ວຍພັກຂະແໜງກໍ່ສ້າງຮາກຖານການເມືອງ, ຮອງຫົວໜ້າຫ້ອງວ່າການແຂວງ, ໃນນັ້ນສາມາດຍາດໄດ້ຜົນງານຫຼາຍດ້ານເປັນຕົ້ນແມ່ນວຽກງານວິຊາສະເພາະແມ່ນໄດ້ເອົາໃຈໃສ່ລົບລ້າງຄອບຄົວທຸກຍາກໃນເຂດຈຸດສຸ່ມຂອງເມືອງຢູ່ 4 ຈຸດສຸ່ມຂອງແຂວງ ແລະ 44 ກຸ່ມບ້ານພາຍໃນແຂວງ. ທົ່ວແຂວງມີທັງໝົດ 11 ເມືອງ, ມີ 418 ບ້ານ, ມີ 118 ຄະນະພັກຮາກຖານ, ມີຄະນະພັກຮາກຖານກຸ່ມບ້ານ 44 ກຸ່ມບ້ານ, ມີໜ່ວຍພັກທັງໝົດ 1,252 ໜ່ວຍ. ໃນນັ້ນ ມີໜ່ວຍພັກບ້ານ 409 ໜ່ວຍ, ມີຈຳນວນສະມາຊິກພັກທົ່ວແຂວງທັງໝົດ 19,728 ສະຫາຍ, ຍິງ 5,906 ສະຫາຍ, ສະມາຊິກພັກສຳຮອງ 1,173 ສະຫາຍ, ຍິງ 459 ສະຫາຍ, ໃນນີ້ ສະມາຊິກພັກແຂງ 15,516 ສະຫາຍ, ຍິງ 4,554 ສະຫາຍ, ກາງ 1,857 ສະຫາຍ, ຍິງ 512 ສະຫາຍ, ອ່ອນ 36 ສະຫາຍ, ຍິງ 6 ສະຫາຍ, ເສຍທາດ 7 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 2,312 ສະຫາຍ, ຍິງ 834 ສະຫາຍ. ຄຽງຄູ່ກັນນັ້ນ ສຳລັບໜ່ວຍພັກທີ່ໄດ້ຮັບຮອງແຜນການກໍ່ສ້າງເປັນໜ່ວຍພັກປອດໃສ່ເຂັ້ມແຂງ, ໜັກແໜ້ນໃນທົ່ວແຂວງ ມີ 286 ໜ່ວຍ, ໄດ້ປະເມີນສຳເລັດແລ້ວ 22 ໜ່ວຍ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ປະກາດຜົນການບົ່ງຕົວແຕ່ງຕັ້ງຄະນະພັກຊຸດໃໝ່ 3 ສະຫາຍ ໂດຍເຫັນດີບົ່ງຕົວແຕ່າງຕັ້ງ ສະຫາຍ ຄຳແປງ ພັນດາລາ ເປັນເລຂາໜ່ວຍພັກ, ສະຫາຍ ຕ່າ ວິໄລລັກ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ກົງລາຈັນ ສອນທະວີ ເປັນຄະນະ, ພ້ອມທັງເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ຂອງໜ່ວຍພັກຫ້ອງວ່າການແຂວງຕື່ມອີກ.
ພິເສດກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ອັນມີຄວາມໝາຍສຳຄັນ, ໜັກແໜ້ນ ແລະ ເຕັມໄປດ້ວຍບົດຮຽນອັນລ້ຳຄ່າຈາກ ສະຫາຍ ພູຄຳ ສຸດທິຈັກ ເລຂາໜ່ວຍພັກ, ຫົວໜ້າຫ້ອງວ່າການແຂວງ ຊື່ງຄຳໂອ້ລົມດັ່ງກ່າວນັ້ນ ໄດ້ເປັນເຂັມຊີ້ທິດເຍືອງທາງ, ທັງເປັນຂີດໝາຍອັນສຳຄັນເພື່ອໃຫ້ຄະນະໜ່ວຍພັກຊຸດໃໝ່ ນຳພາສະມາຊິກພັັກກ້າວຂື້ນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ວາງໄວ້ໃຫ້ໄດ້ຢ່າງມີປະສິດທິຜົນ.