ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022 ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງໄດ້ຈັດພິທີການສະເຫຼີມສະຫຼອງ ແລະ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ, ວັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022), ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022) ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກແຫ່ງຄວາມແຄ້ນຂອງປະຊາຊົນຊາວເມືອງເຟືອງ ໂດຍການເປັນປະທານຂອງ ທ່ານ ປອ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະໜ່ວຍພັກຫ້ອງວ່າການເຂົ້າຮ່ວມ ຈຳນວນ 65ສະຫາຍ, ຍິງ 30 ສະຫາຍ.
ໃນພິທີຄັ້ງນີ້ ສະຫາຍ ປອ ສີວຽງໄຊ ອໍລະບູນ ໄດ້ຂຶ້ນປາຖະກະຖາກ່ຽວກັບວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022) ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ, ທັງເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດ ຫວຽດນາມ ໃຫ້ເປັນອັນໜື່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສສ ຫວຽດນາມ ໃນປັດຈຸບັນ ແລະ ຍັງໄດ້ເວົ້າເຖິງປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກແຫ່ງຄວາມແຄ້ນຂອງປະຊາຊົນຊາວເມືອງເຟືອງ ທີ່ຖຶກລູກແຫຼ້ງຕີນມືຂອງພວກຈັກກະພັດໄດ້ຈັບເອົາ ນັກປະຕິວັດຜູ້ອົງອາດກ້າຫານ, ວິລະຊົນ ແລະ ປະຊາຊົນບັນດາເຜົ່າ ຊາວເມືອງເຟືອງ ຜູ້ທີ່ມີນຳໃຈຮັກຊາດມາທູບຕີທໍລະມານ ແລະ ແຂວນຄໍ ຢູ່ກົກແຕ້ແຫ່ງນີ້ ເປັນຈຳນວນ 17 ສົບ, ຊື່ງລ້ວນແລ້ວແຕ່ແມ່ນຜູ້ທີ່ຕໍ່ສູ້ ເພື່ອບ້ານ ເພື່ອເມືອງ ໃຫ້ຢູ່ເປັນສຸກ, ຊາວເມືອງເຟືອງເອີ້ນວ່າ “ກົກແຕ້ຈາລຶກຄວາມແຄ້ນຂອງປະຊາຊົນບັນດາເຜົ່າຂອງຊາວເມືອງເຟືອງ”
ຂຽນຂ່າວໂດຍ: ວິໄລພອນ ສີຫາລາດ