header

ຫ້ອງວ່າການແຂວງ ວຽງຈັນ ລົງເຂົ້າຮ່ວມສ້າງຂະບວນການແຂງຂັນກິລາຢູ່ເມືອງເຟືອງ

ໃນວັນທີ 2 ກັນຍາ 2022 ຜ່ານມານີ້,  ຫ້ອງວ່າການແຂວງວຽງຈັນ, ນຳໂດຍທ່ານ ວໍຣະສອນ ສີອັກຄະສອນ ຮອງຫົວໜ້າຫ້ອງວ່າການ,  ພ້ອມດ້ວຍພະນັກງານ ໄດ້ລົງເຄື່ອນໄຫວສ້າງຂະບວນການແຂ່ງຂັນກີລາບານເຕະຊາຍ 07 ຄົນ ຮຸ້ນອາວຸໂສ  ອາຍຸ 45 ປີຂື້ນໄປ ແລະ ຮຸ້ນທົ່ວໄປ ຊິງຂັນ ທ່ານ ເຈົ້າເມືອງ ເມືອງເຟືອງ, ໂດຍໃຫ້ການຕ້ອນຮັບຂອງທ່ານ ຄຳເພັດ ຈັນສົມພູ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ເຟືອງ, ພ້ອມດ້ວຍຄະນະ. ຈຸດປະສົງຂອງການເຂົ້າຮ່ວມກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ກໍເພື່ອ ເປັນການຂຳນັບຮັບຕ້ອນ ວັນຊາດ ທີ 2 ທັນວາຄົບຮອບ 47 ປີ, ເຊິ່ງໃນການແຂງຂັນຄັ້ງນີ້ ທີມຫ້ອງວ່າການແຂວງໄດ້ ພົບກັບ ທີມນັກທຸລະກິດເຮືອນແພ ລ່ອງແມ່ນ້ຳລີກ, ການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ ເຕັມໄປດ້ວຍສຽງຊົມເຊີຍຕະຫຼອດການແຂ່ງຂັນ ຊື່ງຜົນການແຂ່ງຂັນແມ່ນ ສະເໝີ 02-02 ແລະ ຍັງຕ້ອງໄດ້ກຽມລົງແຂ່ງຂັນໃນຮອບຕໍ່ໄປ.