header

ຫ້ອງວ່າການແຂວງຈັດພິທີ ປາຖະກະຖາ 03 ວັນປະຫວັດສາດ

 

ໃນຕອນເຊົ້າຂອງວັນທີ 22 ກັນຍາ 2022 ນີ້ ຢູ່ທີ່ຫ້ອງປະຊຸມເບີ 2 ຂອງຫ້ອງວ່າການແຂວງວຽງຈັນໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງແຂວງວຽງຈັນຄົບຮອບ 41 ປີ (13 ສິງຫາ 1981 - 13 ສິງຫາ 2022), ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ ( 15 ສິງຫາ 1991 – 23 ສິງຫາ 2022) ແລະ ວັນຍຶດອຳນາດ ທົ່ວປະເທດ ສປປລາວ ຄົບຮອບ 77 ປີ ( 23 ສິງຫາ 1945 – 23 ສິງຫາ 2022) ແລະ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022) ໂດຍການເປັນປະທານຂອງ ສະຫາຍ ວໍລະສອນ ສີອັກຄະສອນ ຮອງເລຂາຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ມີບັນດາສະຫາຍຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກຫ້ອງວ່າການເຂົ້າຮ່ວມ ຈຳນວນ 48 ສະຫາຍ, ຍິງ 22 ສະຫາຍ.

ໃນພິທີຄັ້ງນີ້ ສະຫາຍ ວໍລະສອນ ສີອັກຄະສອນ ໄດ້ຂຶ້ນປາຖະກະຖາກ່ຽວກັບວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ ( 15 ສິງຫາ 1991 – 23 ສິງຫາ 2022) ເພື່ອໃຫ້ພະນັກງານ, ສະມາຊິກພັກ ໃຫ້ກຳແໜ້ນກ່ຽວກັບຄວາມໝາຍ, ຄວາມສຳຄັນ ແລະ ເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປ ລາວ ແລະ ເພື່ອເພີ່ມທະວີສະຕິເຄົາລົບກົດໝາຍ, ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດສ້າງໃຫ້ລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ, ແລະ ທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍຂອງລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ, ເຊີດຊູບົດບາດເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້.

ພ້ອມນີ້ໃນພິທີດັ່ງກ່າວຍັງໄດ້ຮັບຟັງການມູນເຊື້ອ 2 ວັນສຳຄັນຄື: ວັນສ້າງຕັ້ງແຂວງວຽງຈັນຄົບຮອບ 41 ປີ (13 ສິງຫາ 1981 - 13 ສິງຫາ 2022) ໂດຍ ສະຫາຍ ກຸມມານ ວັນລະດີ ຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ວັນຍຶດອຳນາດ ທົ່ວປະເທດ ສປປລາວ ຄົບຮອບ 77 ປີ ( 23 ສິງຫາ 1945 – 23 ສິງຫາ 2022) ແລະ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022) ໂດຍ ສະຫາຍ ໄຜ່ລ້ອມ ສິນນະວົງ ຄະນະພັກຮາກຖານຫ້ອງວ່າການແຂວງ ອີກດ້ວຍ