header

ຫ້ອງວ່າການແຂວງວຽງຈັນປະກາດກຳມະບານຮາກຖານ 5 ເປັນເຈົ້າ ຄັ້ງທີ I ສະໃໝທີ IV

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2022, ຢູ່ທີ່ຫ້ອງປະຊຸມເບີ2  ຂອງຫ້ອງວ່າການ ແຂວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານຮາກຖານຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ບົວລຳແພງ ວາງປະດິດ ຄະນະບໍລິຫານງານ, ຮອງປະທານສະຫະພັນກຳມະບານແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ແພງປິດ ທິດລ່ຽມຂວັນ ຄະນະພັກຮາກຖານຫ້ອງວ່າການແຂວງ, ທ່ານ ກຸມມານ ວັນລະດີ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ, ຮອງປະທານກຳມະບານຮາກຖານຫ້ອງວ່າການ, ມີແຂກຮັບເຊີນ ແລະ ສະມາຊີກກໍາມະບານພາຍໃນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ຕ່າ ວິໄລລັກ ຮອງປະທານກຳມະບານຮາກຖານຫ້ອງວ່າການແຂວງ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023. ປະຈຸບັນ ມີສະມາຊິກກຳມະບານທັງໝົດ 92 ສະຫາຍ, ຍິງ 43 ສະຫາຍ. ໃນກຳມະບານຮາກຖານປະກອບມີລະບົບການຈັດຕັ້ງ 5 ສະຫາຍ ຄື: ປະທານກຳມະບານຮາກຖານ 1 ສະຫາຍ, ຮອງປະທານ 2 ສະຫາຍ ແລະ ຄະນະ 2 ສະຫາຍ. ເປັນສະມາຊິກພັກ 86 ສະຫາຍ, ຍິງ 47 ສະຫາຍ, ເປັນສະມາຊິກຊາວໜຸ່ມ 52 ສະຫາຍ,​ ຍິງ 25 ສະຫາຍ, ເປັນສະມາຊິກແມ່ຍິງ 48 ສະຫາຍ. ເຊິ່ງກຳມະບານຮາກຖານຫ້ອງວ່າການແຂວງແມ່ນມີສະມາຊິກຈຳນວນຫຼາຍຈຸດພິເສດແຕກຕ່າງຈາກໜ່ວຍກຳມະບານຮາກຖານອື່ນ ເນື່ອງຈາກວ່າປະກອບມີສະມາຊິກກຳມະບານເປັນການນຳຂັ້ນສູງ ທີ່ສັງກັດຢູ່ໃນກຳມະບານຮາກຖານຂອງຫ້ອງວ່າການແຂວງ ແລະ ກໍ່ເປັນເງື່ອນໄຂທີ່ດີໃນການເຄື່ອນໄຫວວຽກງານໃນແຕ່ລະໄລຍະ, ເປັນເຈົ້າການຕັ້ງໜ້າເຊື່ອມຊືມລະບຽບຂອງພັກ ແລະ ກົດໝາຍຂອງລັດເປັນປົກກະຕິ, ກວດກາ, ຕິດຕາມການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສະຫະພັນກຳມະບານແຂວງວາງອອກຢ່າງເຂັ້ມງວດ.

ຕອນທ້າຍພິທີໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບົວລຳແພງ ວາງປະດິດ ເຊິ່ງ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານການເຄື່ອນໄຫວ ຂອງຄະນະກໍາມະບານ ກໍ່ຄືສະມາຊີກກໍາມະບານທັງໝົດ ທີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ ແລະ ຍັງເນັ້ນໜັກໃຫ້ ຄະນະກໍາມະບານ ສືບຕໍ່ໂຄສະນາສືກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ສະມາຊີກກໍາບານ ພາຍໃນກໍາມະບານ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບການວຽກງານວິຊາສະເພາະ ຢູ່ໃນຂົງເຂດວຽກງານຕົນເອງ ຮັບຜິດຊອບ ໃຫ້ສໍາເລັດຜົນ ແລະ ປະກົດຜົນເປັນຈິງ.