header

ມອບ-ຮັບ ເຄື່ອງຊ່ວຍເຫຼືອອຸປະກອນ ການຮຽນ-ການສອນ

ມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການຮຽນ-ການສອນມູນຄ່າ 10.000 ໂດລາ ຂອງໂຄງການມູນນິທິຮ່ວມນໍ້າໃຈ ສ ເກົາຫຼີໃຫ້ສູນການສຶກສານອກໂຮງຮຽນ ແຂວງວຽງຈັນ

ວັນທີ 10 ມັງກອນ 2017 ຜ່ານມາສູນການສຶກສາ ນອກໂຮງຮຽນແຂວງວຽງຈັນ(ພະແນກສຶກສາທິການ ແລະ ກິລາແຂວງ)ໄດ້ຈັດພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການຮຽນ-ການສອນຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນໂດຍການເປັນປະທານຂອງທ່ານ ອິນໂຖ ວິໄລສານ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ມີທ່ານ ປັກ ກັນຊັນ ປະທານໂຄງການມູນນິທິຮ່ວມນໍ້າໃຈ ສ ເກົາຫຼີພ້ອມທີມງານ, ບັນດາແຂກຖືກເຊີນ, ຫົວໜ້າຂະ ແໜງ, ຮອງຂະແໜງ ແລະພະນັກງານວິຊາການຕະຫຼອດນັກຮຽນເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອອຸປະກອນການຮຽນ-ການສອນຂອງໂຄງການມູນນິທິຮ່ວມນໍ້າໃຈ ສ ເກົາຫຼີ ໃຫ້ສູນການສຶກສານອກໂຮງຮຽນແຂວງວຽງຈັນລວມມີຄອມພິວເຕີ, ອຸປະກອນການຮຽນເສີມສວຍ ແລະ ອຸປະກອນການຮຽນຕັດຫຍິບ(ຈັກຫຍິບເຄື່ອງ)ລວມມູນຄ່າ10.000 ໂດລາ ແລະກ່າວມອບໂດຍທ່ານ ປັກ ກັນຊັນ ປະທານໂຄງການມູນນິທິຮ່ວມນໍ້າໃຈ ສ ເກົາຫຼີ ແລະ ກ່າວຮັບໂດຍທ່ານ ອິນໂຖ ວິໄລສານ ຮອງຫົວໜ້າພະແນກ ແລະ ໃນນີ້ຍັງມີການມອບ-ຮັບໃບກຽດຕິຄຸນ ແລະ ຂອງທີ່ລະລຶກເຊິ່ງກັນ ແລະ ກັນ ແລະ ຮ່ວມກັນຕັດແຖບຜ້າເປີດສູນການສຶກສາ ນອກໂຮງຮຽນແຂວງວຽງຈັນເພື່ອການນຳໃຊ້ໃນຕໍ່ໜ້າ.

ທ່ານ ໄມອ່ອນ ເພັດວີໄຊ ຫົວໜ້າສູນການສຶກສາ ນອກໂຮງຮຽນແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ການສຶກສາ ແມ່ນເປົ້າໝາຍທີ 4 ຂອງການພັດທະນາແບບຍືນຍົງ-ຄຸນນະພາບສຶກສາເພື່ອທຸກຄົນ ໃນວາລະໃໝ່ສຳລັບການພັດທະນາແບບຍືນຍົງໃນທົ່ວໂລກ ໄດ້ເລີ່ມຕົ້ນໂດຍມີເປົ້າໝາຍໃນການພັດທະນາແບບຍືນຍົງເພື່ອຍຸດຕິຄວາມທຸກຍາກ, ປົກປ້ອງໂລກ ແລະ ຮັບປະກັນຄວາມຈະເລີນຮັ່ງມີສຳລັບທຸກ ການສຶກສາ ແລະ ການຮຽນຮູ້ແມ່ນຮັບປະກັນການສຶກສາທີ່ມີຄຸນນະພາບເທົ່າທຽມກັນ ແລະທັງເປັນການສົ່ງເສີມ,ໃຫ້ໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ, ເປົ້າໝາຍນີ້ແມ່ນເນັ້ນໃສ່ສະເພາະຂອບເຂດ ການສຶກສາ ເຊິ່ງໄດ້ຮັບການຮັບຮອງເອົາໃນກອງປະຊຸມການສຶກສາໂລກປີ 2015 ທີ່ເມືອງອິນຊອນສາທາລະນະລັດເກົາຫຼີ ມີຕົວແທນເຂົ້າຮ່ວມຈາກ 160 ປະເທດ. ແຜນການປັບປຸງການສຶກສາສາກົນໂດຍມີຈຸດປະສົງເພື່ອຕອບສະໜອງການສຶກສາທີ່ສົມບູນແບບ ແລະ ມີຄຸນນະພາບເທົ່າທຽມກັນໃນທຸກລະດັບ-ກ່ອນໄວຮຽນ,ປະຖົມສຶກສາ, ມັດທະຍົມສຶກສາ, ອຸດົມສຶກສາ, ວິຊາການ ແລະ ການຝຶກອົບຮົມວິຊາຊີບ. ແຜນການນີ້ຍັງໄດ້ຊີ້ໃຫ້ເຫັນ ເຖິງຄວາມສຳຄັນວ່າທຸກຄົນຄວນມີໂອກາດເຂົ້າເຖິງການຮຽນຮູ້ຕະຫຼອດຊີວິດ. ທີ່ສຳຄັນ ໃນປີ 2016 ແມ່ນປີທີ່ພົ້ນເດັ່ນສຳລັບ ສປປ ລາວ ເຊັ່ນດຽວກັັບແຜນພັດທະນາຂະແໜງການສຶກສາສະບັບໃໝ່ ໄດ້ຖືກຈັດຕັ້ງປະຕິບັດເປັນຄັ້ງທຳອິດທີ່ໄດ້ເນັ້ນໃສ່ການສຶກສາ ນອກໂຮງຮຽນ.ໃນນັ້ນໄດ້ຮັບຮູ້ເຖິງຄວາມສຳຄັນຂອງສູນການຮຽນຮູ້ຊຸມຊົນ ໃນຖານະເປັນສະຖາບັນທີ່ສຳຄັນທີ່ຈະຊ່ວຍໃນການສ້າງສັງຄົມຂອງການຮຽນຮູ້ ໃຫ້ມີຄຸນນະພາບການຮຽນ,ການສອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ກັບໂຄງການຫຼັກສູດທຽບເທົ່າ. ເພາະການສຶກສາມາດປ່ຽນແປງໂລກໃຫ້ເປັນໂລກທີ່ສະຫງົບສຸກ ໜ້າຢູ່ ແລະ ເປັນກຸນແຈສຳຄັນຂອງການສຶກສາ.ທ່ານຍັງກ່າວຕືມອີກວ່າ: ສູນການສຶກສາ ນອກໂຮງຮຽນແຂວງວຽງຈັນໄດ້ເປີດນຳໃຊ້ ໃນວັນທີ 11/05/2015 ຕັ້ງຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງເຊິ່ງປີຜ່ານມາໄດ້ບຳລຸງລະດັບວັດທະນະທຳໃຫ້ ມ ປາຍ100ກວ່າຄົນ ສະເພາະຊຸດນີ້ແມ່ນມີຮຽນວິຊາຊີບພ້ອມຄື: ວິຊາຄອມຜິວເຕີ, ວິຊາເສີມສວຍແລະວິຊາຕັດຫຍິບ, ສຳລັບນັກສຶກສາແມ່ນບໍ່ຈຳກັດເພດໄວ ຜູ້ມີເງືອນໄຂສະດວກແມ່ນມີຄ່າທຳນຽມ ແລະ ຜູ້ດ້ອຍໂອກາດແມ່ນຈະໄດ້ຮັບການຮຽນຟີ.