header

ແຂວງວຽງຈັນ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII

ແຂວງວຽງຈັນ ໄດ້ປີດກອງປະຊຸມຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2017 ຂື້ນຢູ່ທີ່ສະໂມສອນເຮືອນພັກແຫຼວຄຳໂດຍການເປັນກຽດເຂົ້າຮ່ວມ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕິກະຊວງຍຸຕິທຳ, ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ວຽງຈັນ, ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ມີຄະນະພະແນກຍຸຕິທຳ, ແຂກທີ່ຖືກເຊີນ ຄະນະຮັບຜິດຊອບ, ຄູອາຈານ ພ້ອມດ້ວຍນັກສໍາມະນາກອນພາຍໃນແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ. ມີແຂກທີ່ຖືກເຊີນ ຄະນະຮັບຜິດຊອບ, ຄູອາຈານ ພ້ອມດ້ວຍນັກສໍາມະນາກອນ ພາຍໃນແຂວງວຽງຈັນເຂົ້າຮ່ວມ.

ທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VII ປະຈຳສົກປີ 2017 ຄັ້ງນີ້ເຊິ່ງໄດ້ຍົກໃຫ້ເຫັນສະພາບການຮຽນ, ການສອນຂອງນັກຝຶກອົບຮົມ ແລະຄູ-ອານຈານ ໃນໄລຍະ 45 ວັນ ຜ່ານມາ ເພື່ອຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ການຝຶກອົບຮົມກົດໝາຍໄລຍະສັ້ນຄັ້ງນີ້ ກໍ່ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ບັນດາພະແນກການ, ກົມກອງ, ຫ້ອງການກ່ຽວຂ້ອງທົ່ວແຂວງວຽງຈັນ ຈຳນວນ 51 ທ່ານ ຍິງ 9 ທ່ານເຊິ່ງມີຫຼັກສູດການສອນ-ການຮຽນທັງໝົດ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວ ໂມງ ຜ່ານການຮຽນ, ການສອນສາມາດປະເມີນໄດ້ດັ່ງນີ້: ຄວາມຫ້າວຫັນຂອງຄູອາຈານດີຫຼາຍ 70,36%, ດີ 29,12%, ປານກາງ 0,51%, ສຳນຽງສຽງເວົ້າຂອງຄູດີຫຼາຍ 66,43%, ດີ 32,45%, ປານກາງ 1,10% , ການປະຕິບັດໂມງເວລາຂອງຄູອາຈານ ດີຫຼາຍ 75,32%, ດີ 24,67%, ການຍົກຕົວຢ່າງປະກອບການສອນຂອງຄູດີຫຼາຍ 58,21%, ດີ38,95%, ປານກາງ 2,83%, ການມີສ່ວນຮ່ວມຂອງຄູ ແລະ ນັກຮຽນ ດີຫຼາຍ 58,19, ດີ 40,32%, ປານກາງ 1,47%, ການນຳໃຊ້ອຸປະກອນສິດສອນຂອງຄູ ດີຫຼາຍ 51,49%, ດີ44,66%,ປານກາງ 3,84%, ການມີມະນຸດສຳພັນຂອງຄູ-ອາຈານ ດີຫຼາຍ 66,69%, ດີ32,69%, ປານກາງ0,60%, ການໃຊ້ວິທີສິດສອນຫຼາຍຮູບແບບດີຫຼາຍ 56,63%, ດີ 40,58%, ປານກາງ 0,14%

ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕິກະຊວງຍຸຕິທຳໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຈຳນວນ 51 ທ່ານ ຍິງ 9 ທ່ານ ທີ່ສໍາເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນຊຸດທີ VII ປະຈຳສົກປີ 2017ທີ່ແຂວງວຽງຈັນຈັດຂຶ້ນ

ພ້ອມນັ້ນ, ທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຳມະນາກອນທີ່ໄດ້ເອົາໃຈໃສ່ຊີ້ນຳນຳພາ, ຄົ້ນຄວ້າປຶກສາຫາລື, ແຕ່ງບົດສອນ, ອະທິບາຍຂໍ້ຂ້ອງໃຈ ໃຫ້ມີຄວາມກະຈ່າງແຈ້ງ ທັງຖ່າຍຖອດຄວາມຮູ້ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ສຳລັບນັກສຳມະນາກອນ ກໍ່ໄດ້ເອົາໃຈໃສ່ຄວ້າຮໍ່າຮຽນເພື່ອຍາດແຍ່ງເອົາຄວາມຮູ້, ຄວາມສາມາດດ້ານກົດໝາຍ, ມີຄວາມເຂົ້າໃຈ ຕໍ່ກັບກົດໝາຍຢ່າງເລິກເຊິ່ງ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ມີຄຸນະພາບດີ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ພາຍຫຼັງກັບຄືນສູ່ພະແນກການ, ກົມກອງ, ຫ້ອງການຂອງຕົນແລ້ວຕ້ອງນຳເອົາບົດຮຽນທີ່ໄດ້ຮຽນຜ່ານມາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນກົມກອງ, ທ້ອງຖີ່ນຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງຂື້ນກວ່າເກົ່າ.