header

ແຂວງວຽງຈັນ ສຳເລັດການຈັດຝຶກອົບຮົມ ເສີມຄວາມງາມໃຫ້ແມ່ຍິງ ຈາກ 11 ເມືອງ ຂອງແຂວງວຽງຈັນ

ສະຫະພັນແມ່ຍິງແຂວງວຽງຈັນ ໄດ້ສຳເລັດການຈັດຝຶກອົບຮົມການເສີມຄວາມງາມ ໃຫ້ແມ່ຍິງຜູ້ດ້ອຍໂອກາດຈຳນວນ21ຄົນ ເຊິ່ງມາຈາກ11ເມືອງຂອງແຂວງວຽງຈັນ ພາຍຫຼັງທີ່ໄດ້ຮຽນມາເປັນເວລາ22ວັນແລະໄດ້ປິດລົງຢ່າງເປັນທາງການໃນວັນທີ9ຕຸລາ ຢູ່ທີ່ສູນຝຶກອົບຮົມວິຊາຊີບຂອງສະຫະພັນແມ່ຍິງແຂວງວຽງຈັນໂດຍການເປັນປະທານຂອງທ່ານນ.ຈັນທະບູນ ໂພສາລາດ ປະທານສະຫະພັນແມ່ຍິງແຂວງວຽງຈັນ

ທ່ານ ນ.ຈັນທະບູນ ໂພສາລາດ ປະທານສະຫະພັນແມ່ຍິງແຂວງວຽງຈັນກ່າວວ່າ:ຊຸດຝຶກຮົມຄັ້ງນີ້ແມ່ນໄດ້ເລີ່ມມາແຕ່ວັຍທີ 18 ກັນຍາເຊິ່ງມີນັກຝຶກອົບຮົມເຊິ່ງເປັນແມ່ຍິງຜູ້ດ້ອຍໂອກາດ ມາຈາກບັນດາບ້ານຂອງ 11 ເມືອງທົ່ວແຂວງວຽງຈັນຈຳນວນ 21 ຄົນ, ການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນທັງພາກທິດສະດີ ແລະ ເຮັດຕົວຈິງເຊັ່ນໄດ້ຮຽນຮູ້ເຕັກນິກການສະຜົມ 112 ຄັ້ງ, ຕັກເລັບ 98 ຄັ້ງ, ທາເລັບ 65ຄັ້ງ, ຕໍ່ເລັບ 25 ຄັ້ງ, ແຕ່ງໜ້າ 63 ຄັ້ງ, ແຕ່ງຊົງຜົມ10 ຊົງ, ຍ້ອມສີຜົມ 10 ຄັ້ງ, ລີດຜົມ 82 ຄັ້ງ, ຢືດຜົມ 11 ຄັ້ງ, ຜ່ານການຝຶກອົບຮົມ, ນັກຝຶກອົບຮົມສ່ວນຫຼາຍແມ່ນມີຄວາມເຂົ້າໃຈໃນລະດັບດີ, ນອກຈາກຮຽນຮູ້ເຕັກນິກການເສີມຄວາມງາມແລ້ວຍັງໄດ້ມີການເຊື່ອມຊຶມພາລະບົດບາດຂອງສະຫະພັນແມ່ຍິງລາວ, ເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ມາລະຍາດໃນສັງຄົມ.

ທ່ານປະທານສະຫະພັນແມ່ຍິງແຂວງວຽງຈັນຍັງກ່າວອີກວ່າ: ການຝຶກອົມຮົມຄັ້ງນີ້ເປັນການປະກອບສ່ວນໃນການສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ແກ່ແມ່ຍິງຢູ່ບັນດາເມືອງ ເພື່ອແກ້ໄຂຄວາມທຸກຍາກຂອງແມ່ຍິງຕາມ ນະໂຍບາຍຂອງພັກວາງອອກ ທັງເປັນການແກ້ໄຂບັນຫາ ການໄປອອກແຮງງານຢູ່ຕ່າງປະເທດ ຂອງແມ່ຍິງລາວເຊິ່ງມີຄວາມສ່ຽງຕໍ່ການຄ້າມະນຸດອີກດ້ວຍ.

ໃນໄລຍະຜ່ານມາສະຫະພັນແມ່ຍິງແຂວງວຽງຈັນ ເຄີຍຈັດຝຶກອົບຮົມວິຊາຊີບ ໃຫ້ແກ່ແມ່ຍິງບັນດາເມືອງ ມາແລ້ວ 5 ຄັ້ງ ເຊິ່ງມີຜູ້ເຂົ້າຮ່ວມ 100 ກວ່າຄົນ ໃນນັ້ນໄດ້ມີການຝຶກອົບຮົມຕັດຫຍິບ, ປຸງແຕ່ງອາຫານ ແລະ ເສີມຄວາມງາມ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ໃນການສ້າງວຽກເຮັດກໍ່ຄືການສ້າງລາຍໄດ້ໃຫ້ແກ່ແມ່ຍິງ ເພື່ອຫາລ້ຽງຕົນເອງກໍ່ຄືຄອບຄົວ.