header

ບໍລິສັດ ອີຈິນວິສາວະກຳກໍ່ສ້າງລາວ ຈົກຖົງ 200 ລ້ານໂດລາ ເນລະມິດເດີ່ນບິນເກົ່າ ວັງວຽງ ໃຫ້ການເປັນ ແຫຼ່ງທ່ອງທ່ຽວ

ອີຈິນວິສາວະກຳກໍ່ສ້າງລາວຈົກຖົງ 200 ລ້ານໂດລາ ເນລະມິດເດີ່ນບິນເກົ່າວັງວຽງ ໃນເນື້ອທີ່ 16 ເຮັກຕາກວ່າໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ເຊິ່ງມີທັງໂຮງແຮມຫ້າດາວ,ໂຮງໝໍ,ໂຮງຮຽນສອນການທ່ອງທ່ຽວ,ຮ້ານຄ້າປອດພາສີ ແລະ ກາຊີໂນ ໂດຍມີໄລຍະສຳປະທານ 50 ປີ(ບໍ່ລວມໄລຍະກໍ່ສ້າງ)ເພື່ອດຶງເອົານັກທ່ອງທ່ຽວຊາວຈີນ ແລະຊາວໂລກ ເຂົ້າມາທ່ຽວວັງວຽງ ໃຫ້ນັບມື້ຫຼາຍຂຶ້ນ ແລະ ຄາດວ່າເມື່ອໂຄງການນີ້ສໍາເລັດ ຈະສາມາດສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນລາວໄດ້ 2000 - 3000 ຄອບຄົວ.

ພິທີເຊັນສັນຍາ ເພື່ອພັດທະນາເດີ່ນບິນເກົ່າ ເມືອງວັງວຽງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ໄດ້ມີຂຶ້ນໃນວັນທີ 13ກຸມພາ ທີ່ຜ່ານມາ ທີ່ພະແນກແຜນການ-ການລົງທຶນ ແຂວງວຽງຈັນ ລະຫວ່າງທ່ານຫຼິວຟຸກວາງ ປະທານບໍລິສັດອີຈິນວິສາວະກຳກໍ່ສ້າງ ລາວຈຳກັດ ໃນນາມຜູ້ລົງທຶນກັບ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ-ການລົງທຶນ ແຂວງວຽງຈັນ ໂດຍຊ້ອງໜ້າທ່ານ ວິດົງ ໄຊຍະສອນເຈົ້າແຂວງໆວຽງຈັນ.

ທ່ານ ຫຼິວ ຟຸກວາງປະທານບໍລິສັດ ອີຈິນວິສາວະກຳກໍ່ສ້າງ ລາວຈຳກັດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວວ່າ: ຫຼັງຈາກການເຊັນສັນຍາຄັ້ງນີ້ແລ້ວ ຕົນເອງຈະໄດ້ວ່າຈ້າງ ບໍລິສັດທີ່ມີຄວາມສາມາດ ມາອອກແບບລາຍລະອຽດ ໃນບັນດາກິດຈະກຳຂອງໂຄງການຄື:ກໍ່ສ້າງໂຮງແຮມ 5 ດາວ,ໂຮງໝໍ,ໂຮງຮຽນທ່ອງທ່ຽວ,ຫໍສະແດງວັດທະນະທຳປະເພນີຊົນເຜົ່າລາວ ເພື່ອເກັບປີ້ນັກທ່ອງທ່ຽວເຂົ້າຊົມ, ຮ້ານຄ້າປອດພາສີ,ກາຊີໂນສຳລັບນັກທ່ອງທ່ຽວຕ່າງປະເທດ ແລະກິດຈະກຳອື່ນໆ ທີ່ກ່ຽວຂ້ອງ,ທ່ານກ່າວຕໍ່ອີກວ່າໂຄງການນີ້ ຖືກຈັດຕັ້ງປະຕິບັດ ຢູ່ເດີ່ນບິນເກົ່າເມືອງວັງວຽງ ໃນເນື້ອທີ່16,24 ເຮັກຕາໄລຍະການກໍ່ສ້າງ 5 ປີ ແລະ ໄລຍະສຳປະທານ 50 ປີມູນຄ່າການລົງທຶນທັງໝົດ 200 ລ້ານໂດລາ.

ທ່ານຫຼິວ ຟຸກວາງ ກ່າວຕື່ມ:ສາເຫດທີ່ຕົນເອງ ເຂົ້າມາລົງທຶນໃນໂຄງການນີ້ ຍ້ອນເບິ່ງເຫັນທ່າແຮງຂອງດ້ານການທ່ອງທ່ຽວ ເຊິ່ງທ່ານເບິ່ງເຫັນວ່າ ປະເທດລາວມີທ່າແຮງ ເຊິ່ງເປັນປະເທດທີ່ເປັນຈຸດເຊື່ອມຈອດ ລະຫວ່າງ ຈີນ ແລະ ອາຊຽນ ເປັນປະເທດທີ່ນອນໃນໜຶ່ງແລວທາງ ໜຶ່ງເສັ້ນທາງຂອງຈີນ ແລະ ຢູ່ເມືອງວັງວຽງ ກໍ່ມີສະຖານນີລົດໄຟລາວ-ຈີນ ຕັ້ງຢູ່ເຊິ່ງຫາກທາງລົດໄຟລາວ-ຈີນສຳເລັດ ນັກທ່ອງທ່ຽວຊາວຈີນ ຈະເຂົ້າມາທ່ຽວຊົມເມືອງລາວ ເວົ້າສະເພາະ ກໍ່ຄືວັງວຽງຫຼາຍຂຶ້ນ ແລະ ສະຖານທີ່ແຫຼ່ງທ່ອງທ່ຽວ ທີ່ຕົນລົງມືພັດທະນານີ້ຈະເປັນບ່ອນດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາພັກເຊົາ ແລະ ເຮັດກິດຈະກຳຕ່າງໆ ຢູ່ເມືອງວັງວຽງຫຼາຍຂຶ້ນ.

ອີກດ້ານໜຶ່ງ ກໍ່ຈະມີການສ້າງໂຮງໝໍ ທີ່ທັນສະໄໝ ທີ່ຮ່ວມມືກັບໂຮງໝໍ ທີ່ມີຊື່ສຽງຂອງປະເທດຈີນ ໂດຍມີຊ່ຽວຊານປິ່ນປົ່ວພະຍາດສະເພາະ ເຊິ່ງໃນຕໍ່ໜ້າ ຈະເປັນການຫຼຸດຜ່ອນຄົນເຈັບລາວ ໄປໃຊ້ບໍລິການຢູ່ໂຮງໝໍປະເທດໄທ ແລະ ຫວຽດນາມ ໃຫ້ນັບມື້ໜ້ອຍລົງ ແລະ ທ່ານຍັງເຊື່ອອີກວ່າ ໂຄງການສ້າງແຫຼ່ງທ່ອງທ່ຽວຢູ່ເດີ່ນບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ຈະສ້າງແຜນລາຍຮັບຫລາຍດ້ານ ເຂົ້າຊ່ວຍແຂວງວຽງຈັນ ແລະ ເຮັດໃຫ້ປະຊາຊົນທ້ອງຖີ່ນກໍ່ຄືເມືອງວັງວຽງ ມີວຽກເຮັດງານທຳຫຼາຍພັນຄົນ ໃນອານາຄົດ ເຊິ່ງຈະເປັນການປະກອບສ່ວນ ຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊ່ວຍລັດຖະບານລາວອີກດ້ວຍ