ປະຊາຊົນບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ເອົາໃຈໃສ່ປົກປັກຮັກສາ ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ໃຫ້ມີຄວາມອຸສົມບູນ ດ້ວຍຄວາມເປັນເຈົ້າການ ເນື່ອງຈາກປ່າສະຫງວນ ແຫ່ງນີ້ ອຳນວຍຄວາມສະດວກຫຼາຍຢ່າງ ຕໍ່ການດຳລົງຊີວິດ ຂອງເຂົາເຈົ້າ.
ທ່ານ: ວົວລີ ນາຍບ້ານໆ ວັງເຮືອ ໃຫ້ຮູ້ການດຳລົງຊີວິດ ຂອງປະຊາຊົນ ພາຍໃນບ້ານ ຜ່ານມາແມ່ນອາໃສ່ຊອກຫາກິນ ຕາມທຳມະຊາດເຊັ່ນ: ຫາປາຕາມຫ້ວຍຮ່ອງຄອງບຶງ, ເກັບຜັກຫັກໜໍ່ ຕາມເຂດປ່າທີ່ກຳນົດ ເປັນບ່ອນທຳມາຫາກິນ ຍ້ອນແນວນັ້ນ ປະຊາຊົນພາຍໃນບ້ານ ຈຶ່ງເຫັນໄດ້ຄວາມສຳຄັນ ຂອງປ່າ ແລະ ໄດ້ເອົາໃຈໃສ່ປົກປັກຮັກສາປ່າ ໃຫ້ມີຄວາມອຸດົມສົມບູນ ຕາມທິດຍືນຍົງ, ໂດຍປະຕິບັດຕາມລະບຽບກົດໝາຍ ທີ່ກ່ຽວຂ້ອງກັບ ການປົກປັກຮັກສາປ່າສະຫງວນ ຢ່າງເຂັ້ມງວດ. ພ້ອມທັງເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ເພື່ອປ້ອງກັນ ການບຸກລຸກຕັດໄມ້ທຳລາຍປ່າໄມ້ ຢູ່ເຂດປ່າສະຫງວນ ຢ່າງເປັນປະຈຳ.
ບ້ານວັງເຮືອສ້າງຕັ້ງຂຶ້ນໃນປີ 1935 ຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ທາງທິດຕາເວັນອອກຂອງເມືອງທຸລະຄົມ ແຂວງວຽງຈັນ ມີ 415 ຫຼັງຄາເຮືອນ, 438 ຄອບຄົວ, ມີພົນລະເມືອງທັງໝົດ 3326 ຄົນ, ຍິງ 1615 ຄົນ ສ່ວນຫຼາຍເປັນຊົນເຜົ່າ ມົ້ງ ກວມ 95%, ອາຊີບຕົ້ນຕໍແມ່ນປູກຝັງ ແລະ ລ້ຽງສັດ.