header

ແຜນພັດທະນາ 10 ປີ

ຍຸດທະສາດຮອດປີ 2025:

ຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ຂອງແຂວງແມ່ນ ຍຸດທະສາດເພື່ອເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວໄວສາມາດສ້າງພື້ນຖານໃຫ້ແກ່ ການບັນລຸວິໄສທັດໃນປີ 2030 ກໍຄືຈຸດໝາຍລວມການພັດທະນາຂອງຊາດເປັນຕົນແມ່ນ: ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020, ສ້າງໄລຍະຂ້າມຜ່ານອອກຈາກສະຖານະພາບ ດ້ອຍພັດທະນາຢ່າງສົມບູນໃຫ້ໄດ້ໃນປີ 2025 ແລະ ສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນເພື່ອກ້າວສູ່ ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງໃນປີ 2030. ຍຸດທະສາດດັ່ງກ່າວນີ້ໄດ້ກໍານົດທິດທາງລວມ ແລະ ເປົ້າໝາຍ ແລະ ຄາດໝາຍທີ່ເປັນບຸລິມະສິດດັ່ງຕໍ່ໄປນີ້:

1.  ທິດທາງລວມ:

- ສືບຕໍ່ຮັບປະກັນເຮັດໃຫ້ແຂວງວຽງຈັນມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ດ້ວຍການສືບຕໍ່ຫັນລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານໃຫ້ມີຄຸນນະພາບຂຶ້ນກວ່າເກົ່າ.

- ພັດທະນາຊັບພະຍາກອນມະນຸດເປັນບູລິມະສິດ ທີ່ສໍາຄັນດ້ວຍການພັດທະນາຄົນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີຮ່າງກາຍແຂງແຮງສົມບູນເພື່ອສ້າງເງື່ອນໄຂ ໃຫ້ທຽບທັນກັບບັນດາປະເທດໃນຂົງເຂດ.

- ສ້າງໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່າທາງດ້ານວັດຖຸແລະຈິດໃຈໃຫ້ນັບມີື້ສູງຂຶ້ນ; ຖືດ້ວຍການສົ່ງເສີມການຜະລິດເປັນສິນຄ້າ ຢູ່ຂັ້ນຮາກຖານດ້ວຍຮູບການສົ່ງເສີມຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະ ກາງເພື່ອເລັ່ງໃສ່ເພີ່ມລາຍໄດ້ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

- ປັບປຸງ ແລະ ກໍ່ສ້າງຄວາມສາມາດໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບົບກົດໝາຍ, ພາຍໃຕ້ໃຕ້ເງື່ອນ ໄຂການເປີດກ້ວາງ ແລະ ເຊື່ອມໂຍງກັບສາກົນໃນຮູບແບບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໂດຍຕອບສະໜອງຜົນປະໂຫຍດຊຶ່ງກັນ ແລະ ກັນຢ່າງເໝາະສົມໃນສະເພາະໜ້າ ແລະ ຍາວນານ.

2.   ເປົ້າໝາຍ ແລະ ຄາດໝາຍ: 

- ຮັກສາສະຖຽນລະພາບທາງດດ້ານການເມືອງ, ຄວາມສະຫງົບປອດໄພແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ໝັ້ນທ່ຽງ; ສ້າງຄວາມສາມັກຄີປອງດອງເປັນປຶກແຜ່ນເປັນປັດໄຈພື້ນຖານສໍາລັບການພັດທະນາເສດຖະກິດ-ສັງຄົມໄລຍະຍາວນານ.

- ການພັດທະນາຕ້ອງມີຄວາມສົມສ່ວນລະຫວ່າງ: ການພັດທະນາເສດຖະກິດ, ການພັດທະນາສັງຄົມແລະ ການປົກປັກຮັກສາສິ່ງແວດລ້ອມ, ໃນນັ້ນ: ຖືການພັດທະນາເສດຖະກິດເປັນໃຈກາງຂອງການພັດທະນາ, ຄົ້ນຄວ້າແລະກໍານົດຈຸດສຸມ, ບູລິມະສິດຂອງການພັດທະນາແຕ່ລະໄລຍະ.

- ເອົາໃຈໃສ່ເປັນພິເສດການສ້າງ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງເພື່ອເປັນກໍາລັງແຮງຍູ້ໜູນການຂະຫາຍຕົວຂອງເສດຖະກິດ ແລະ ເພີ່ມແຫຼ່ງລາຍຮັບງົບປະມານ. 

- ການພັດທະນາເສດຖະກິດແມ່ນໃຫ້ອີງໃສ່ທ່າແຮງບົ່ມຊ້ອນຕົວຈິງຂອງຂະແໜງການ, ບັນດາເມືອງ, ກາລະໂອ ກາດຂອງສາກົນ ແລະ ຂອງຍຸກສະໄໝ, ພັດທະນາຕາມທິດຫັນເປັນອຸດສາຫະກໍາແລະທັນສະໄໝ, ສ້າງເຂດນິຄົມອຸດສາຫະກໍາ, ເຂດການຄ້າ, ເຂດຊາຍແດນ, ເທດສະບານແຂວງ, ເທດສະບານເມືອງຕ່າງໆ, ກຸ່ມບ້ານພັດທະນາທີ່ຈະກາຍເປັນຕົວເມືອງນ້ອຍ, ຂະຫຍາຍເສດຖະກິດພູມປັນຍາເພື່ອຍົກສະມັດຕະພາບການຜະລິດ ແລະ ການບໍລິການໃຫ້ສູງຂຶ້ນ, ຄອບຄົວທຸກຍາກໄດ້ຖືກລົບລ້າງ ແລະ ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກທີ່ມີລາຍຮັບປານກາງໄດ້ກວມເປັນສ່ວນໃຫຍ່.

- ເພີ່ມທະວີເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ, ສ້າງແຂວງວຽງຈັນໃຫ້ເປັນໜຶ່ງໃນບັນດາສູນກາງການສຶກສາຂອງປະເທດ, ໂດຍສືບຕໍ່ພັດທະນາລະບົບການສຶກສາໃຫ້ມີຄຸນນະພາບ ແລະ ທົ່ວເຖິງປະຊາຊົນໃນເຂດຫ່າງໄກສອກຫລີກ, ສ້າງພະນັກງານລັດໃຫ້ມີຄວາມສາມາດ ແລະ ມີຄຸນສົມບັດ, ພັດທະນາກໍາລັງແຮງງານໃຫ້ມີສີມື, ສ້າງໃຫ້ໄດ້ນັກຊ່ຽວຊານ, ນັກວິທະຍາສາດ, ວິຊາສະເພາະທາງດ້ານວິຊາການ ແລະ ເຕັກນິກ, ເພື່ອຕອບສະໜອງພຽງພໍໃຫ້ແກ່ການພັດທະນາ ແລະ ສາມາດແຂ່ງຂັນໄດ້, ສົ່ງເສີມຄວາມສະເໜີພາບຍິງ-ຊາຍ, ຄວາມກ້າວຫນ້າຂອງແມ່ຍິງແລະວຽກງານແມ່ ແລະ ເດັກນ້ອຍເປັນຕົ້ນແມ່ນພັດທະນາສຸຂະພາບຂອງປະຊາຊົນລາວ ໃຫ້ແຂງແຮງມີຮ່າງກາຍທີ່ໃຫຍ່ສູງ, ສົ່ງເສີມວັດທະນະທໍາອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ ແລະ ສ້າງລະບົບປະກັນສັງຄົມໃຫ້ເຂັ້ມແຂງ.

- ປົກປັກຮັກສາແລະພັດທະນາສິ່ງແວດລ້ອມທໍາມະຊາດໃຫ້ມີຄວາມຍືນຍົງ, ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະສິດທິຜົນເສດຖະກິດສູງສຸດ, ການພັດທະນາຂອງຂະແຫນງຕ່າງໆ ຕ້ອງໃຫ້ຮັບປະກັນລັກສະນະເປັນມິດກັບສິ່ງແວດລ້ອມ ເພື່ອສ້າງເງື່ອນໄຂດຶງດູດການທ່ອງທ່ຽວໃຫ້ຂະຫຍາຍຕົວໄປຕາມທິດມີຄວາມຍືນຍົງ.

- ປັບປຸງລະບົບການປົກຄອງຕາມທິດສ້າງລັດແຫ່ງກົດຫມາຍ ເພື່ອຮັບປະກັນຄວາມຍຸຕິທໍາທີ່ແທ້ຈິງຂອງສັງຄົມ,  ສ້າງຄວາມສະເໝີພາບ, ປະຊາທິປະໄຕແລະໂອກາດການພັດທະນາຕົນເອງ ໃຫ້ປະຊາຊົນບັນດາເຜົ່ານັບມື້ນັບກ້ວາງ ຂວາງດີຂຶ້ນ ແລະ ເທົ່າທຽມກັນຢ່າງແທ້ຈິງ, ແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງໃຫ້ເປັນຮູບປະທໍາ ແລະ ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ. 

- ສ້າງຄວາມເຂັ້ມແຂງການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ຍາດແຍ່ງຜົນປະໂຫຍດຈາກການເຊື່ອມໂຍງດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຮັບມືໄດ້ກັບບັນດາສິ່ງທ້າທາຍ ແລະ ຜົນກະທົບຈາກການເຊື່ອມໂຍງດັ່ງກ່າວ. ພັດທະນາຜູ້ປະກອບການໃຫ້ມີຄວາມສາມາດສູງ ເພື່ອຕອບສະໜອງພຽງພໍໃຫ້ແກ່ການພັດທະນາ ແລະ ສາມາດແຂ່ງຂັນໄດ້ກັບຕ່າງປະເທດ.

 

(ທີ່ມາຂອງຂໍ້ມູນ:ມາຈາກແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2016-2020) ຂອງແຂວງວຽງຈັນ)