header

ວິໄສທັດ

ວິໄສທັດພັດທະນາຮອດປີ 2030:

ອີງໃສ່ການຄາດຄະເນສະພາບແວດລ້ອມຂອງສາກົນ ແລະ ພາຍໃນປະເທດໃນຕໍ່ໜ້າ, ຈຸດພິເສດສະພາວະຄວາມເປັນຈິງ, ຜົນສໍາເລັດໃນການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຂອງແຂວງໃນໄລຍະທີ່ຜ່ານມາ ຫລື ສະພາບການພັດທະນາໃນປະຈຸບັນຂອງແຂວງ. ພວກເຮົາຄາດຄະເນວ່າ: ວິໄສທັດການພັດທະນາຮອດປີ 2030 ຂອງແຂວງວຽງຈັນຈະມີຄືດັ່ງນີ້:

-     ຮອດປີ 2030 ຄາດວ່າແຂວງວຽງຈັນຈະສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ແລະ ມີີຄວາມສະຫງົບ-ປອດໄພທາງສັງຄົມຢ່າງໜັກແໜ້ນ, ພົນລະເມືອງຈະມີປະມານ 609.633 ຄົນ, ການເຕີບໂຕເສດຖະກິດຂະ ຫຍາຍໂຕໄວເປັນໄປຕາມທິດສົມດູນ, ຕໍ່ເນື່ອງ ແລະ ຍືນຍົງ; ການພັດທະນາເສດຖະກິດ ມີຄວາມສົມສ່ວນກັບການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃຫ້ໄດ້ 4.239 ໂດລາສະ ຫະລັດ (ເກືອບ 3 ເທົ່າຂອງປີ 2015).

-     ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ມີລະບົບການເງິນ-ເງິນຕາທີ່ມີປະສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອໍານວຍໃຫ້ແກ່ການຜະລິດທຸລະກິດ ແລະ ການບໍລິການ. ບັນດາພາກສ່ວນທຸລະກິດ ກາຍເປັນອົງປະກອບກໍາລັງແຮງຂອງເສດຖະກິດຂອງແຂວງ, ມີອຸດສາຫະກໍາເສົາຄໍ້າ ແລະ ລະບົບໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ; ໂຄງປະກອບເສດຖະກິດອຸດສາຫະກໍາ ແລະ ການບໍລິການກວມອັດຕາສ່ວນໃຫຍ່, ຂະແໜງກະສິກໍາ ແລະ ປ່າໄມ້ມີຄວາມຍືນຍົງ, ເປັນແຫລ່ງຄໍ້າປະກັນສະບຽງອາຫານ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດ ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການພັດທະນາເສດຖະກິດໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝຕາມທິດຫັນເປັນສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ສາມາດຮັບມືໄດ້ຢ່າງຄ່ອງຕົວກັບການປ່ຽນແປງດິນຟ້າອາກາດ, ຍູ້ແຮງການນໍາໃຊ້ທ່າແຮງ ແລະ ມູນເຊື້ອຂອງປະຊາຊົນ, ສ້າງຜະລິດຕະພັນສິນຄ້າທີ່ເປັນເອກະລັກເກີດຂຶ້ນຢູ່ແຕ່ລະເມືອງ ແລະ ແຕ່ລະແລວເສດຖະກິດຂອງແຂວງ.

-     ປະຊາຊົນສ່ວນໃຫຍ່ດໍາລົງຊີວິດຢູ່ກຸ່ມບ້ານທີ່ໄດ້ກາຍເປັນຕົວເມືອງນ້ອຍ ແລະ ຢູ່ໃນຕົວເມືອງທີ່ມີສະພາບແວດລ້ອມທີ່ດີ ມີການຈັດສັນພື້ນທີ່ໃນການພັດທະນາທີ່ເປັນລະບຽບ ຕາມທິດຫັນເປັນສີຂຽວ ແລະ ເປັນມິດກັບສິ່ງແວດ ລ້ອມ, ຮີດຄອງປະເພນີ, ສິນລະປະວັດທະນະທໍາອັນເປັນມູນເຊື້ອໄດ້ຮັບການບູລະນະຮັກສາ ແລະ ພັດທະນາໃຫ້ເປັນເອກະລັກ, ເປັນສິນຄ້າ ແລະ ກາຍເປັນແມ່ແຮງໜຶ່ງຊຸກດັນການພັດທະນາ ການທ່ອງທ່ຽວຄຽງຄູ່ກັບການທ່ອງທ່ຽວແບບທໍາມະຊາດ.

-     ທາງດ້ານວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາສູງຂຶ້ນ, ໂດຍສະເພາະຊັບພະຍາກອນມະນຸດໄດ້ຮັບການພັດທະນາ ໃຫ້ມີຄຸນນະພາບຢູ່ໃນລະດັບມາດຖານຂອງປະເທດໃກ້ຄຽງກັບພາກພື້ນ ແລະ ສາກົນ, ສາມາດເປັນກໍາລັງ ການຜະລິດທີ່ເຂັ້ມແຂງ, ຕອບສະໜອງໄດ້ຕາມຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມຂອງແຂວງຫລາຍຂຶ້ນ.

-     ມີເສັ້ນທາງໃນການເຊື່ອມໂຍງ ແລະ ເຂົ້າເຖິງເຊື່ອມຈອດບັນດາເມືອງພາຍໃນແຂວງ, ກັບຕ່າງແຂວງ ແລະ ເຂດຊາຍແດນ, ເພື່ອເພີ້ມຄວາມສາມາດແກ້ງແຍ້ງແຂ່ງຂັນໃນດ້ານຕ່າງໆກັບພາຍໃນ ແລະ ຕ່າງປະເທດຫລາຍຂຶ້ນ.

-     ລະບົບການປົກຄອງທີ່ມີລັກສະນະລັດຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາຊົນໄດ້ສະແດງອອກຢ່າງຈະແຈ້ງ, ສິດທິຂອງພົນລະເມືອງມີການຮັບປະກັນ ດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ລະບອບການປົກ ຄອງໄປຕາມທິດ 3 ສ້າງມີຄວາມເຂັ້ມແຂງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ສັງຄົມມີຄວາມຍຸດຕິທໍາ ແລະ ສີວິໄລ.

 

(ທີ່ມາຂອງຂໍ້ມູນ:ມາຈາກແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2016-2020) ຂອງແຂວງວຽງຈັນ)