header

ແຜນພັດທະນາ 5 ປີ

ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ(2016-2020) ຂອງແຂວງວຽງຈັນ

  1. ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ(2016-2020)

1.     ສະພາບການປະຕິບັດແຜນການ 5 ປີ(2011-2015) ຜ່ານມາ:

        ການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນໃນ 5 ປີຜ່ານມາແມ່ນໄດ້ສູມທຸກກໍາລັງແຮງແລະສູ້ຊົນໃຫ້ມີການຂະຫຍາຍຕົວ ແລະ ກ້າວຫນ້າຂື້ນຢ່າງຕໍ່ເນື່ອງ, ທັງໄດ້ມີຄວາມຫມັ້ນທ່ຽງແລະຍືນຍົງ, ດ້ວຍການປະສານສົມທົບລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະການປົກປັກຮັກສາສະພາບແວດລ້ອມ ແລະ ທໍາມະຊາດ, ໂດຍສະເພາະ  ການນໍາໃຊ້ທ່າແຮງບົ່ມຊ້ອນທັງໃນຕົວແລະນອກຕົວ, ຊຶ່ງໄດ້ມີຫມາກຜົນທີ່ພົ້ນເດັ່ນໃນບາງດ້ານຄືດັ່ງນີ້:

1.1    ການຂະຫຍາຍຕົວດ້ານເສດຖະກິດມະຫາພາກ:

        ເສດຖະກິດຂອງແຂວງວຽງຈັນຕະຫລອດໄລຍະ 5 ປີ, ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຖຶກທິດແລະມີຄວາມຫນັກແຫນ້ນຂື້ນອີກ ໃນອັດຕາສະເຫລັ່ຽ9,8% ຕໍ່ປີ, ໂດຍທີ່ແຂວງກໍາຫນົດໄວ້ໃນແຜນແມ່ນ 11%ຕໍ່ປີ; ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP    ສະເຫລັ່ຽຕໍ່ຫົວຄົນໄດ້ 1.274 US$, ຕາມແຜນທີ່ກໍາຫນົດໄວ້ ແມ່ນ 1.500 US$; ໂຄງປະກອບເສດຖະກິດຂອງ 3 ຂະແຫນງການ ໄດ້ມີສະພາບຂອງອັດຕາສ່ວນທີ່ໄດ້ກວມ ແລະ ເພີ່ມຂື້ນ              ຫລືຫລຸດລົງຢູ່ໃນ GDP, ໂດຍທຽບຄາດຫມາຍກໍາຫນົດໃນແຜນການ 5 ປີ(2011-2015)               ກັບການປະຕິບັດໄດ້ໃນ 5 ປີ, ຄືດັ່ງນີ້:

ຂະແຫນງຕ່າງໆ

ໃນໂຄງປະກອບ GDP

ອັດຕາສ່ວນກວມໃນ GDP ອັດຕາເພີ່ມຂື້ນໃນ GDP
ແຜນການ 5 ປີ ປະຕິບັດໄດ້ ແຜນການ 5 ປີ ປະຕິບັດໄດ້
+  ຂະແຫນງກະສິກໍາ 37,65% 41,28% 5,30% 5,10%
+  ຂະແຫນງອຸດສາຫະກໍາ 39,77% 34,45% 15,20% 13,70%
ຂະແຫນງບໍລິການ 22,58% 24,27% 17,60% 16,10%

 

1.2    ຜົນສໍາເລັດການລະດົມທືນພັດທະນາ:

.     ການລົງທືນທົ່ວສັງຄົມ:

       ເພື່ອໃຫ້ການພັດທະນາບັນລຸຜົນຕາມຄາດຫມາຍແຜນການ 5 ປີນັ້ນ, ຕ້ອງໄດ້ມີການລະດົມການລົງທືນທົ່ວສັງຄົມລວມ 5 ປີໃຫ້ໄດ້ຈຳນວນ 8.345 ຕື້ກວ່າກີບ ແລະ ການປະຕິບັດໃນ 5 ປີໄດ້ຄືດັ່ງນີ້:

ເປົ້າຫມາຍ

ແຫລ່ງທືນຕ່າງໆ

ກໍາຫນົດໃນແຜນການ 5 ປີ ປະຕິບັດໄດ້ 5 ປີ
ຈໍານວນທືນ % ກວມ ຈໍານວນທືນ % ກວມ
+  ທືນງົບປະມານຂອງລັດ 751 ຕື້ກີບ 9% 520 ຕື້ກີບ 6,5%
+  ທືນຊ່ວຍເຫລືອແລະກູ້ຢືມ 1,252 ຕື້ກີບ 15% 858 ຕື້ກີບ 10,7%
ທືນການລົງທືນຂອງເອກກະຊົນ 4.339 ຕື້ກີບ 52% 4.061 ຕື້ກີບ 50,6%
ທືນທະນາຄານແລະປະຊາຊົນ 2.003 ຕື້ກີບ 24% 2.575 ຕື້ກີບ 32,2%
ລວມ 8.345 ຕື້ກີບ 100% 8.014 ຕື້ກີບ 100%

 

.     ການລົງທືນຂອງລັດ ແລະ ຫນີ້ສີນໂຄງການ:

+      ການລົງທືນຂອງລັດຕາມງົບປະມານປະຈໍາປີ:

        ໃນ 5 ປີຜ່ານມາ ແຂວງວຽງຈັນໄດ້ຮັບງົບປະມານຜ່ານສະພາອານຸມັດມາປະຕິບັດຢູ່ແຂວງທັງຫມົດ 614,2 ຕື້ກີບ, ເປັນທືນພາຍໃນ 520 ຕືກີບ, ເພື່ອປະຕິບັດຈໍານວນ 920 ໂຄງການ, ໃນນັ້ນມີ 2 ບ້ວງໃຫຍ່ ຄື:(1)     ບ້ວງປົກກະຕິ, ປະກອບດ້ວຍທືນປົກກະຕິທົ່ວໆໄປ, ທືນລືບລ້າງຄວາມທຸກຍຍາກ, ທືນຈັດສັນພູມລໍາເນົາແລະທືນເປົ້າຫມາຍສະເພາະ, ຊຶ່ງໄດ້ຮັບອະນຸມັດຈາກສະພາແຫ່ງຊາດລວມ 5 ປີຈໍານວນ 473 ຕື້ກີບ, ເພື່ອປະຕິບັດ885 ໂຄງການ,ໂດຍມີມູນຄ່າລວມຂອງໂຄງການມີທັງໝົດ 3.703,48 ຕື້ກີບແລະ(2)          ບ້ວງພັດທະນາຕົວເມືອງໃຫມ່(ເທດ ສະບານແຂວງ), ໄດ້ຮັບອານຸມັດຈາກສະພາແຫ່ງຊາດ ຈໍານວນ47 ຕຶ້ກີບ, ເພື່ອປະຕິບັດ35 ໂຄງການ, ຊຶ່ງມີມູນຄ່າລວມຂອງໂຄງການທັງຫມົດ 158,94 ຕື້ກີບ.

+      ການລົງທືນຂອງລັດດ້ວຍການລົງທືນກ່ອນ:

         ພວກເຮົາໄດ້ປະຕິບັດໂຄງການກໍ່ສ້າງພື້ນຖານທີ່ລັດຖະບານໄດ້ອະນຸມັດໃຫ້ມີການລະດົມການລົງທຶນກ່ອນ 3 ໂຄງການໃຫຍ່ຄື: ໂຄງການກໍ່ສ້າງເທດສະບານແຂວງ, ໂຄງການກໍ່ສ້າງເສັ້ນທາງຫີນເຫີບ-ຊານະຄາມ ແລະ ໂຄງ ການກໍ່ສ້າງເສັ້ນທາງບ້ານຈຽງ(ກາສີ)-ເມືອງແມດ, ຊຶ່ງເປັນໂຄງການຍຸດທະສາດຂອງແຂວງວຽງຈັນ, ມີມູນຄ່າໂຄງ ການລວມ 3.842,78 ຕື້ກວ່າກີບ(ຕາມສັນຍາທີ່ມີປັດຈຸບັນ), ໂດຍໄດ້ມີຫລາຍສັນຍາປະຕິບັດ ແລະ ທຸກໆສັນຍາໄດ້ດຳເນີນການກໍ່ສ້າງເປັນປົກກະຕິ. ມາເຖີງປັດຈຸບັນບາງສັນຍາແມ່ນຈະໄດ້ສໍາເລັດ, ຊຶ່ງກໍຈະໄດ້ສະເຫນີຕໍ່ລັດຖະ ບານ ເພື່ອຂື້ນແຜນງົບປະມານຜ່ານສະພາມາຊໍາລະ, ເນື່ອງຈາກລັດຖະບານໄດ້ກໍານົດເປັນໂຄງການບູລິມະສິດຂອງ ລັດຖະບານຕາມແຈ້ງການໃນໄລຍະຜ່ານມາ.

+      ຫນີ້ສີນການລົງທືນຂອງລັດ:

          ມາເຖີງປັດຈຸບັນແຂວງວຽງຈັນຍັງມີຫນີ້ຊໍາລະໂຄງການທັງຫມົດ720,05 ຕື້ກວ່າກີບ (ບໍ່ລວມໂຄງການລົງ ທືນກ່ອນ),ໃນນັ້ນເປັນຫນີ້ໃນແຜນ(ຫນີ້ໂຄງການທີ່ໄດ້ຜ່ານສະພາແຫ່ງຊາດຮັບຮອງ) ທີ່ຍັງຄ້າງຊຳລະຕາມໜ້າວຽກສຳເລັດ ມີຈໍານວນ119,88 ຕື້ກີບ ແລະ ເປັນຫນີ້ໂຄງການນອກແຜນ(ໂຄງການທີ່ບໍ່ໄດ້ຜ່ານສະພາຮັບຮອງ) ມີຈຳນວນ 63 ໂຄງການ, ມີມູນຄ່າຕາມສັນຍາ 600,17 ຕື້ກີບ,ມີປະຕິບັດວຽກໄດ້ສຳເລັດ(ຫນີ້)278,14 ຕື້ກວ່າກີບ, ຊຶ່ງສ່ວນຫຼາຍແມ່ນໂຄງການໄພພິບັດແລະໂຄງການປະຕິບັດ            ຢູູ່ເມືອງຮົ່ມແລະໄຊສົມບູນໃນເມື່ອກ່ອນ.

1.3    ການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ:

        ໄດ້ສູມທຸກຄວາມສາມາດແລະກໍາແຮງເຂົ້າໃສ່ການພັດທະນາຊົນນະບົດຕິດພັນກັບການແກ້ໄຂຄວາມທຸກ

ຍາກ ແລະ ຕິດພັນກັບການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍຢ່າງມີຈຸດສຸມ,ໂດຍໄດ້ຈັດຕັ້ງພະນັກ

ງານຈາກພາກສ່ວນເມືອງ, ແຂວງ, ກະຊວງ ລົງກໍ່ສ້າງຮາກຖາກການເມືອງຢູ່ເຂດຈຸດສູມ, ກູ່ມບ້ານແລະບ້ານເປົ້າ

ຫມາຍ,ຊຶ່ງໄດ້ເຮັດໃຫ້ທົ່ວແຂວງໄດ້ມີຄວາມສະຫງົບ ແລະ ມີການພັດທະນາ, ສະແດງອອກໃນ434 ບ້ານໄດ້ມີ

ທາງລົດເຂົ້າເຖິງ;ຈຳນວນບ້ານ 100% ໄດ້ມີໄຟຟ້າໃຊ້ແລະ 96,42%ຂອງຈຳນວນຄອບຄົວ ໄດ້ມີໄຟຟ້າໃຊ້,ອັດ

ຕາສ່ວນຄອບຄົວທຸກຍາກຍັງກວມພຽງ2,22%, ບ້ານທຸກຍາກຍັງມີຢູ່4,15%.

1.4    ການປະຕິບັດເປົ້າຫມາຍສະຫັດສະຫວັດດ້ານການພັດທະນາ:

       ໄດ້ຕັ້ງຫນ້າຈັດຕັ້ງປະຕິບັດບັນດາຄາດໝາຍສະຫັດສະຫວັດດ້ານການພັດທະນາ(MDGs) ເພື່ອໃຫ້ສໍາເລັດຕາມກໍາຫນົດຫມາຍໃນປີ 2015, ລວມທັງການພັດທະນາຊັບພະຍາກອນມະນຸດ, ໂດຍໄດ້ຈັດສັນງົບປະມານໃຫ້ແກ່ວຽກງານສຶກສາ 17%,ສາທາລະນະສຸກ 9% ຂອງງົບປະມານຂອງລັດທີ່ແຂວງໄດ້ຮັບອານຸມັດໃນແຕ່ລະປີ,ອັນໄດ້ເຮັດໃຫ້ການປະຕິບັດເປົ້າໝາຍສະຫັດສະຫວັດດ້ານການພັດທະນາຢູ່ແຂວງວຽງຈັນ ໄດ້ມີຄວາມຄືບຫນ້າເລື້ອຍມາ. ພົ້ນເດັ່ນແມ່ນໃນເປົ້າຫມາຍ1, 2, 3, 4, 5, 6 ຊຶ່ງສາມາດບັນລຸຄາດຫມາຍຕ່າງໆໄດ້ເປັນສ່ວນໃຫຍ່.

1.5    ການປະຕິບັດວຽກງານ 3 ສ້າງ:

        ປະຕິບັດຕາມມະຕິ03 ຂອງກົມການເມືອງສູນກາງພັກແລະຄຳສັ່ງແນະນຳຕ່າງໆຂອງຂັ້ນເທິງກ່ຽວກັບວຽກ

ວຽກງານ 3 ສ້າງນັ້ນ,ບັນດາພະແນກການ, ອົງການແລະເມືອງຂອງແຂວງໄດ້ເອົາໃຈໃສ່ຢ່າງເປັນເຈົ້າການ ຕັ້ງແຕ່ ຂອດການເຊື່ອນຊືມເອກກະສານ, ສົ່ງພະນັກງານລົງໄປປະຈຳຢູ່ເມືອງ ແລະບ້ານເປົ້າຫມາຍທົດລອງ 3 ສ້າງ, ເພື່ອ ປັບປຸງການຈັດຕັ້ງ,ຝຶກອົບຮົມແລະແນະນໍາວຽກງານວິຊາການໃຫ້ສາຍຕັ້ງຂອງຕົນຢູ່ເມືອງ ເປັນຕົ້ນ: ວຽກຄຸ້ມຄອງ ແລະສ້າງແຜນພັດທະນາເສດຖະກິດ-ສັງຄົມແລະຄຸ້ມຄອງໂຄງການລົງທຶນຂອງລັດ; ວຽກຄຸ້ມຄອງການເງິນ. ພົ້ນ ເດັ່ນແມ່ນການມອບໂຄງການລົງທືນຂອງລັດໃຫ້ເມືອງເປັນເຈົ້າການຄຸ້ມຄອງແລະຈັດຕັ້ງປະຕິບັດ.

        ຜ່ານການເຮັດທົດລອງພວກເຮົາຮັບຮູ້ວ່າ,ວຽກ 3 ສ້າງ ແມ່ນກົນໄກທີ່ມີປະສິດທິຜົນໃນການພັດທະນາ,ສະ ແດງອອກໃນປັດຈຸບັນຢູ່ບັນດາເມືອງ ແລະບ້ານເປົ້າໝາຍທົດລອງໄດ້ມີການພັດທະນາແລະປ່ຽນແປງດີຂື້ນໄປຕື່ມອີກກ້າວໜື່ງ, ລະດັບຄວາມຮູ້ຄວາມສາມາດຂອງພະນັກງານຂັ້ນເມືອງ ແລະ ບ້ານໄດ້ຮັບການຍົກລະດັບສູງຂື້ນກວ່າເກົ່າ, ຢູ່ແຕ່ລະບ້ານອໍານາດການປົກຄອງໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ, ພື້ນຖານໂຄງລ່າງໄດ້ມີການປົວແປງໂດຍການມີສ່ວນຮ່ວມ,ຂະບວນການຜະລິດເປັນສິນຄ້າໄດ້ມີໜໍ່ແໜງຂື້ນ,ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີແນວຄິດພັດທະນາຕົນເອງ, ຊຶ່ງທັງຫມົດນັ້ນໄດ້ເຮັດໃຫ້ຊີວິດການເປັນຍູ່ຂອງປະຊາຊົນມີທ່າດີຂື້ນກວ່າແຕ່ກ່ອນ.

1.6    ຜົນສໍາເລັດການພັດທະນາໃນຂົງເຂດຂະແຫນງການຕ່າງໆ:

.     ຂົງເຂດເສດຖະກິດ:

+      ດ້ານການຜະລິດກະສິກໍາ: ມາເຖີງປັດຈຸບັນພວກເຮົາສາມາດຮັບປະກັນຄວາມຫມັ້ນຄົງທາງດ້