ເມືອງກາສີ: ເປັນເມືອງເກົ່າແກ່ເຫີງນານມາແຕ່ດຶກດຳບັນ ເຊິ່ງມັນພົວພັນເຖິງປະຫວັດສາດ, ປະຊາຊາດສາມັກຄີ ມີພື້ນທີ່ສີຂຽວ, ທ່ອງທ່ຽວປອດໄພ ຍອດລີກໃສ, ນໍ້າໃຈກ້ວາງຂວາງ ແລະ ພ້ອມ ກັນນັ້ນຍັງມີຄົນເລົ່າຂານກັນວ່າ: ເປັນເມືອງພົວພັນເຖິງນິທານພື້ນເມືອງລາວ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ ” ເຊິ່ງເປັນນິທານອັນເກົ່າແກ່ຂອງລາວເຮົານິທານໜຶ່ງ, ໂດຍມີຮ່ອງຮອຍພົວພັນປະຫວັດ ສາດ, ວັດຖຸເກົ່າແກ່ ແລະ ແມ່ນໍ້າລໍາເຊປະໄວ້ຫຼາຍບ່ອນເຊັ່ນ: ເມືອງປອງ, ເມືອງເຄິ່ງ, ນະຄອນກາຍ, ບ້ານນາມອນ ແລະ ຜາຄອນ, ຜາໂກຍ, ຜາເຈົ້າ, ນໍ້າລີກ, ນໍ້າຄັດ, ຫ້ວຍເຂົາຄວາຍ, ນໍ້າແຄງ, ນໍ້າກາຍ ແລະ ອື່ນໆ, ສະຖານທີ່ດັ່ງກ່າວເຖິງຈະມີປ່າໄມ້ປົກຫຸ້ມ, ພູຜາ, ຫ້ວຍຮ່ອງເປັນບ້ານນ້ອຍ, ບ້ານໃຫຍ່ໄປແລ້ວກໍ່ຕາມແຕ່ກໍຍັງມີຮ່ອງຮອຍປະຫວັດສາດປະໄວ້ໃຫ້ເຫັນເຖິງປະຈຸບັນເຊັ່ນ: ນໍ້າສ້າງເລິກກໍ່ດ້ວຍດິນຈີ່ກ້ອນໃຫຍ່ບ້ານໂພນສະຫວາດ, ສິມສັກສິດຢູ່ປາກນໍ້າຫາດບ້ານໂພນທ່ຽງ, ຮອຍຂຸນຄອງອ້ອມຕີນພູວຽງ ບ້ານນາມົນ, ເຂົາຄວາຍກາຍເປັນຫີນ ຢູ່ຫ້ວຍເຂົາຄວາຍ, ຖໍ້າຂຸນລາງ, ຖໍ້ານາງນອນ ແລະ ບ່ອນສັກສິດອີກຫຼາຍແຫ່ງ.
ເມືອງກາສີນອກຈາກມີປະຫວັດທີ່ຕິດພັນກັບນິທານ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ ” ລາຊິນີແຫ່ງຄວາມງາມທັງມີຈິດໃຈຂາວສະອາດຊື່ສັດບໍລິສຸດ, ມີມາລະຍາດຄ່ຽມຄົມຮຽບຮ້ອຍຕໍ່ ຄວາມຫວັງຄວາມປາດຖຸະໜາທຸກປະການ, ພ້ອມນັ້ນກໍ່ຍັງພົວພັນເຖິງປະຫວັດສາດ, ພົງສາວະດານ ລາວ, ໃນສະໄໝລາຊະອານາຈັກລ້ານຊ້າງແບ່ງອອກເປັນ 3 ເອກະລາດເຊັ່ນ: ອານາຈັກລ້ານຊ້າງຫຼວງ ພະບາງ, ອານາຈັກລ້ານຊ້າງວຽງຈັນ ແລະ ອານາຈັກລ້ານຊ້າງຈໍາປາສັກ, ເຊິ່ງມີຕອນໜຶ່ງພົງສາວະດານ ໄດ້ກ່າວໄວ້ວ່າ: ກອງທັບເຈົ້າກິ່ງກິດສະຣາດ ແລະ ເຈົ້າອິນທະໂສມໄດ້ຕີກອງທັບເຈົ້າອົງເວ້ແຕກຢູ່ເມືອງ ກາສີ ນັ້ນສະແດງວ່າເມືອງກາສີໄດ້ຕັ້ງຂຶ້ນກ່ອນລາຊະການຂອງເຈົ້າໄຊອົງເວ້.
ປະຊາຊົນອາໄສຢູ່ເມືອງກາສີນີ້ກ່ອນໝູ່ໝົດແມ່ນອົບພະຍົບມາແຕ່ຈັງຫວັດຊຽງໄໝ່ ແລະ ແຕ່ລະແຂວງພາກເໜືອຂອງລາວມາຕັ້ງຖິ່ນຖານຢູ່ບ້ານ ນາຂິງຊົນເຜົ່າກຶມມຸ, ຊົນເຜົ່າລາວລຸ່ມ ຢູ່ບ້ານ ຫ້ວຍພວນ, ບ້ານໂພນ ແລະ ບ້ານລຸ່ມ ເຊິ່ງລວມທັງ 3 ບ້ານນີ້ເອີ້ນວ່າບ້ານນາແທ່ນໃນປະຈຸບັນ, ພ້ອມ ນັ້ນກໍ່ຍັງມີບ້ານນາຊ້າງ, ບ້ານໄຮ່ຍ່ອງ, ບ້ານນາຫົງ, ບ້ານໄຮ່, ບ້ານນາສະຂາວ, ບ້ານນາມີ່, ບ້ານນາຂົມ, ບ້ານເມືອງປອງ, ບ້ານນາໂຫ້ງ, ບ້ານບວກຖໍ້າແກ້ວ, ບ້ານນາມົນ, ບ້ານເມືອງເຄິ່ງ, ບ້ານນາມອນ, ບ້ານຈຽງ ແລະ ບ້ານປຸ່ງຫຼັກ, ຫຼັງຈາກນັ້ນກໍ່ຍັງມີປະຊາຊົນອົບພະຍົບມາຈາກຖິ່ນອື່ນໆມາຢູ່ຫຼາຍຂຶ້ນ ເຊັ່ນ: ມາຈາກຊໍາເໜືອ, ເມືອງແອດ, ຊຽງຄໍ້, ຊຽງຊື່, ຊຽງລວງ ແລະ ບ້ານບານເມືອງຄຳ, ໃນເມື່ອພົນລະເມືອງມາຢູ່ເຕົ້າໂຮມກັນຫຼາຍຂຶ້ນຈຶ່ງປ່ຽນຊື່ນະຄອນກາຍມາເປັນເມືອງກາສີໃນປະຈຸບັນ, ເມື່ອກ່ອນເມືອງກາສີຂຶ້ນກັບແຂວງຫຼວງພະບາງເຊິ່ງມີເຂດປົກຄອງທິດຕາເວັນຕົກກວມຮອດແມ່ນໍ້າ ຂອງເປັນຫົວເມືອງຂຶ້ນຝຣັ່ງ ແລະ ອາເມລິກາ.
ໃນສະໄໝພວກລ່າເມືອງຂຶ້ນຝຣັ່ງອາເມລິກາເຂົ້າມາປົກຄອງລາວນັ້ນ ເມືອງກາສີໄດ້ຮັບ ການປົກຄອງຈາກຄົນລາວທີ່ເປັນລູກຈ້າງຂອງພວກຈັກກະພັດຕ່າງດ້າວຍາມໃດກໍ່ມີການບັງຄັບກົດຂີ່ ຂູດຮີດຂົ່ມເຫງ ຊື້ຈ້າງຈອບອອຍແຕ່ງຕັ້ງນາມມະຍົດໃຫ້ຄົນລາວປົກຄອງເມືອງກາສີເຊັ້ນ:
ໃນໄລຍະເຮັດການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ເມືອງກາສີກໍ່ຍັງເປັນພື້ນຖານເພື່ອການເຄື່ອນໄຫວເຮັດການປະຕິວັດຕ້ານກັບພວກຈັກກະພັດລ່າເມືອງຂື້ນຂອງຝຣັ່ງ ແລະ ອາເມລິກາ, ບັນດາຜູ້ນໍາໂຕນອອກຈາກຄຸກວຽງຈັນກໍ່ໄດ້ມາພັກພາອາໄສຢູ່ກັບປະຊາຊົນບ້ານບວກຖໍ້າແກ້ວ, ແຕ່ຍ້ອນຄວາມບໍ່ປອດໄພເພາະເມືອງກາສີຍັງເປັນເຂດຍາດແຍ່ງຂອງຝ່າຍວຽງຈັນ, ສະນັ້ນບັນດາທ່ານຜູ້ນໍາ ຈຶ່ງເຄື່ອນຍ້າຍໄປຫາເຂດທີ່ໝັ້ນທີ່ຊໍາເໜືອ, ເມືອງກາສີເປັນເມືອງຊາຍແດນ ແລະ ເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ສະນັ້ນແລ້ວການດໍາລົງຊີວິດຂອງປະຊາຊົນພາຍໃນເມືອງຈຶ່ງປະສົບເຄາະຮ້າຍຕະຫຼອດມາ. ການສ້າງສາພັດທະນາຖືກຈໍາກັດໂດຍບໍ່ມີຄວາມອຸ່ນອຽນທຸ່ນທ່ຽງໃນການສ້າງພື້ນຖານໂຄງລ່າງຂອງເມືອງ.
ພາຍຫຼັງປະເທດໄດ້ຮັບການປົດປ່ອຍເມືອງກາສີຈຶ່ງໄດ້ຕົກຢູ່ໃນການຄອບຄອງຂອງການນໍາປະຕິວັດໂດຍແມ່ນການປົກຄອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ໂດຍມີພະນັກງານການນໍາ, ພະນັກງານຫຼັກແຫຼ່ງ, ປະຕິວັດຊີ້ນໍາໆພາປະຊາຊົນໃນການສ້າງພື້ນຖານໂຄງລ່າງ ແລະ ເສດຖະກິດໃຫ້ມີທ່າຂະຫຍາຍຕົວກ້າວຂຶ້ນ.
ນັບແຕ່ປີ 1975 – 1980 ມີພະນັກງານຊີ້ນໍາໆພາດັ່ງນີ້:
ນັບແຕ່ປີ 1980 ທາງສູນກາງພັກໄດ້ລົງມາບົ່ງຕົວ ທ່ານ ສົມພົງ ໂສລັດຕະນະວົງ ມາເປັນເລຂາ ພັກເມືອງ, ທ່ານ ຄຳມ່ວນ ເປັນຮອງເຈົ້າເມືອງ ແລະ ທ່ານ ບຸນເຮືອງ ເປັນຮອງເລຂາພັກເມືອງ ( ຈົນຮອດປີ 1983 ) ໃນປີ 1983 – 1991 ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງກາສີ ຄັ້ງທີ I ໄດ້ຈັດ ຂື້ນ ແລະ ໄດ້ຕົກລົງໃຫ້ ທ່ານ ສົມພົງ ໂສລັດຕະນະວົງ ເປັນເລຂາພັກເມືອງທັງເປັນເຈົ້າເມືອງກາສີ.