ປະຫວັດຄວາມເປັນມາຂອງເມືອງຊະນະຄາມ
ຕາມການກ່າວຂານຂອງຄົນເຖົ້າແກ່ ແລະຕາມຕຳນານຈາລຶກໄວ້ສືບຕໍ່ກັນມາ ເມືອງຊະນະຄາມແຫ່ງນີ້ ເປັນດິນແດນສະຫງ່ງາມແຫ່ງໜຶ່ງມາແຕ່ບູຮານນະການຂອງອານາຈັກລ້ານຊ້າງມີອານາເຂດກ້ວາງໃຫຍ່ພໍສົມຄວນກວມສອງຝັ່ງແມ່ນ້ຳຂອງ, ອຳເພີຊຽງຄານຈັງຫວັດເລີຍ ( ລາຊະອານາຈັກໄທ ) ກໍ່ແມ່ນດິນແດນ ເມືອງຊະນະຄາມໃນເມື່ອກ່ອນ, ເຄີຍມີຄວາມຈະເລີນຮຸ່ງເຮືອງຍາວນານ ແລະ ເຄີຍຖືກພວກສັກດີນາຕ່າງຊາດຮຸກຮານທຳລາຍຈູດເຜົາເປັນເຖົ່າຖ່ານລົ້ມລຸກຄຸກຄານມາກໍ່ຫຼາຍຄັ້ງຫຼາຍຄາວ.
ທີ່ຕັ້ງຂອງເມືອງຊະນະຄາມ
ເມືອງຊະນະຄາມຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງແຂວງວຽງຈັນກົງກັນຂ້າມກັບອຳເພີຊຽງຄານ ແລະອຳເພີປາກຊົມຈັງຫວັດເລີຍລາຊະອານາຈັກໄທ, ມີທິວທັດທຳມະຊາດສະຫວາດງາມຕະການຕາຫໍ່ຫຸ້ມໄປດ້ວຍພູຜາປ່ໄມ້ຂຽວສະອຸ່ມ, ມີທົ່ງນາໃຫຍ່ກ້ວາງມີແກ້ງຂົດຄູ່, ແກ້ງຟ້າ, ແກ້ງຈັນພູຜາທ້າຍຜາຫ້ອຍແຫຼ້ງ, ຜາຫາດ ແລະອື່ນໆເປັນທີ່ໜ້າຊົມບໍ່ທຳມະດາ, ແມ່ນ້ຳຂອງໄຫຼຜ່ານປະມານ 97 ກິໂລແມັດມີຊົນລະປະທານສາຍລ້ອງນ້ຳມີ້ 13 ແຫ່ງ ທົດນ້ຳຂຶ້ນໃສ່ທົ່ງນາເຂົ້າພັນອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດຫຼາຍຢ່າງເຊັ່ນ: ຄຳ, ຫີນບາລິດ, ຫີນປູນຖ່ານຫີນ ແຮ່ເຫຼັກ ແລະອື່ນໆ.
( ສະຖິຕິ ປີຄສ 2005-2006 )