1.1. ທີ່ຕັ້ງ.
ຫ້ອງວ່າການປົກຄອງແຂວງວຽງຈັນ ( ຂຽນຫຍໍ້ວ່າ ຫປຂ.ວຈ ) ແມ່ນການຈັດຕັ້ງໜຶ່ງ ສັງກັດໃນໂຄງປະກອບຂອງອົງຄະນະພັກ -ອົງການປົກຄອງແຂວງວຽງຈັນ, ມີຖານະເທົ່າກັບພະແນກການ, ອົງການແລະ ພະແນກວິຊາການຕ່າງໆພາຍໃນແຂວງ.
1.2. ພາລະບົດບາດ.
ຫ້ອງວ່າການປົກຄອງແຂວງມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກ, ຄະນະປະຈຳພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງໃນການອຳນວຍ, ຄວບຄຸມ, ຊຸກຍູ້, ຕິດຕາມການປະຕິບັດມະຕິຂອງກອງປະຊຸມຄະນະບໍລິຫານງານພັກແຂວງ, ເປັນໃຈກາງປະສານງານ; ເປັນຜູ້ບໍລິຫານຮັບໃຊ້ການເຄື່ອນໄຫວວຽກງານຂອງການນຳແຂວງແລະຄຸ້ມຄອງບໍລິຫານວຽກງານພາຍໃນຫ້ອງວ່າການປົກຄອງແຂວງ.
ໝວດທີI
ໜ້າທີ່ແລະຂອບເຂດສິດ
II. ໜ້າທີ່ແລະຂອບເຂດໃຫ້ແກ່ຄະນະປະຈຳພັກແຂວງ.
2.1. ໜ້າທີ່.
1. ສ້າງແຜນເຄື່ອນໄຫວວຽກງານຂອງຄະນະປະຈຳພັກແຂວງ, ເລຂາພັກແຂວງໃນແຕ່ລະໄລຍະເພື່ອສະເໜີກອງປະຊຸມຄະນະບໍລິຫານງານຫຼືກອງປະຊຸມຄະນະປະຈຳພັກແຂວງ ພິຈາລະນາ, ປະສານ, ຊຸກຍູ້, ຕິດຕາມ, ກວດກາບັນດາອົງການຈັດຕັ້ງທີ່ຂື້ນກັບອົງຄະນະພັກແຂວງໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວດັ່ງກ່າວ.
2. ກະກຽມເນື້ອໃນ, ລະບຽບວາລະ, ຄຳເຫັນເຈາະຈີ້ມ, ຂໍ້ສະຫຼູບ, ບົດບັນທຶກແລະແຈ້ງການກອງປະຊຸມສະໄໝສາມັນແລະວິສາມັນຂອງຄະນະພັກແຂວງ, ກະກຽມເນື້ອໃນບົດບັນທຶກການພົບປະກັບແຂກພາຍໃນແລະຕ່າງປະເທດ.
3. ຊ່ວຍຄະນະປະຈຳພັກແຂວງຊຸກຍູ້, ຕິດຕາມ, ກວດກາແລະຄົ້ນຄ້ວາ-ສັງລວມສະພາບການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງສູນກາງພັກແລະມະຕິຄຳສັ່ງ, ແຜນການຂອງຄະນະບໍລິຫານງານພັກແຂວງພ້ອມທັງສະເໜີວິທີແກ້ໄຂທີ່ຖືກຕ້ອງແລະເໝາະສົມໃຫ້ການນຳພິຈາລະນາ.
4. ຄົ້ນຄ້ວາກະກຽມແລະຮຽບຮຽງເອກະສານຕ່າງໆກ່ອນເຂົ້າຫາ ຄະນະປະຈຳພັກແຂວງ, ເລຂາພັກແຂວງເຈົ້າແຂວງ, ຮອງເຈົ້າແຂວງ ມີຄຳເຫັນເພື່ອຢັ້ງຢືນ, ຊີ້ນຳ, ຕົກລົງ.
5. ສຳເນົາແລະປົກປັກຮັກສາບັນດາຂໍ້ມູນ, ເອກະສານຕ່າງໆ ຂອງພັກໃຫ້ມີຄວາມປອດໄພ, ບໍ່ໃຫ້ຕົກເຮ່ຍເສຍຫາຍແລະບໍ່ໃຫ້ເສຍຄວາມລັບ.
6. ບໍລິການຮັບໃຊ້ດ້ານພິທີການຕ່າງໆ ຂອງວຽກພັກ, ກະກຽມຈັດຕັ້ງແລະ ບັນທຶກກອງປະຊຸມສ່ອງແສງລາຍງານວຽກງານຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະພັກແຂວງໃນແຕ່ລະໄລຍະຢ່າງເປັນປະຈຳ.
7. ຊ່ວຍເລຂາພັກ, ຄະນະປະຈຳພັກແຂວງກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງແລະພັດທະນະຊົນນະບົດຮອບດ້ານຕາມການມອບໝາຍ.
8. ຮັບແລະມີຄຳເຫັນຕໍ່ໜັງສືສະເໜີ, ຄຳຮ້ອງ, ການເຂົ້າພົບແລະອື່ນໆ ທີ່ຈະນຳສະເໜີໃຫ້ເລຂາພັກພິຈາລະນາ.
9. ປະຕິບັດໜ້າທີ່ອື່ນໆທີ່ເລຂາພັກແຂວງຫຼືຄະນະປະຈຳພັກແຂວງມອບໝາຍ.
2.2. ຂອບເຂດສິດ:
1. ອອກຂໍ້ຕົກລົງແລະແຈ້ງການກ່ຽວກັບບັນຫາຕ່າງໆ ຕາມຂອບເຂດສິດຂອງຕົນແລະ ຕາມການແນະນຳຂອງຄະນະປະຈຳພັກແຂວງໄປຍັງອົງການຈັດຕັ້ງແລະບຸກຄົນທີ່ມີຄວາມຮັບຜິດຊອບຂອງພັກ, ຄົ້ນຄ້ວາ- ສັງລວມຂ່າວພາຍໃນແລະຕ່າງປະເທດຮັບໃຊ້ການນຳຕາມລະບຽບຂອງພັກ.
2. ພົວພັນປະສານງານໂດຍກົງກັບຄະນະພັກແຂວງແລະຄະນະພັກຂັ້ນເມືອງກ່ຽວກັບວຽກງານນຳພາລວມຂອງການນຳ.
3. ສະເໜີໃຫ້ການຈັດຕັ້ງພັກ- ລັດ, ອົງການຈັດຕັ້ງມະຫາຊົນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງແລະຂັ້ນຮາກຖານລາຍງານສະພາບວຽກງານທ່ວງທັນກັບການກຳນົດເວລາທີ່ວາງໄວ້.
4. ຄົ້ນຄ້ວາແລະສະເໜີຄວາມຄິດ, ຄວາມເຫັນກ່ຽວກັບບັນຫາຕ່າງໆ ຢ່າງຖືກຕ້ອງ ຕໍ່ການນຳເພື່ອພິຈາລະນາ.
5. ເຂົ້າຮ່ວມກອງປະຊຸມຂອງຄະນະພັກຂັ້ນຕ່າງໆ ຕາມການມອບໝາຍຂອງເລຂາພັກແຂວງ, ຄະນະປະຈຳພັກແຂວງແລະຕາມການສະເໜີຫຼືການເຊີນຂອງຄະນະພັກຂັ້ນນັ້ນ.
6. ຕົກລົງບັນຫາວຽກພັກ-ພະນັກງານພາຍໃນຫ້ອງວ່າການປົກຄອງແຂວງ.
7. ປະຕິບັດຂອບເຂດສິດອື່ນໆຕາມການມອບໝາຍຂອງຂັ້ນເທິງ.
III. ໜ້າທີ່ແລະຂອບເຂດສິດໃນຖານະເປັນເສນາທິການໃຫ້ອົງການປົກຄອງແຂວງ.
3.1. ໜ້າທີ່:
1. ສ້າງແຜນເຄື່ອນໄຫວວຽກງານ ຂອງອົງການປົກຄອງແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງໃນແຕ່ລະໄລຍະປະສານງານ, ຊຸກຍູ້, ຕິດຕາມ, ກວດກາບັນດາຂະແໜງວິຊາການແລະອົງການທຽບເທົ່າໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວດັ່ງກ່າວ.
2. ກະກຽມເນື້ອໃນ, ລະບຽບວາລະກອງປະຊຸມຂອງອົງການປົກຄອງແຂວງແລະການພົບປະກັບແຂກພາຍໃນແລະຕ່າງປະເທດ, ສ້າງບົດບັນທຶກກອງປະຊຸມ, ອອກແຈ້ງການຫຼື ຮ່າງມະຕິກ່ຽວກັບຜົນຂອງກອງປະຊຸມແຕ່ລະຄັ້ງ.
3. ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມ, ຄຳສັ່ງ, ຄຳເຫັນຊີ້ນຳຂອງອົງການປົກຄອງ, ເຈົ້າແຂວງພ້ອມທັງສັງລວມລາຍງານສະພາບການຈັດຕັ້ງປະຕິບັດໃນແຕ່ລະໄລຍະໃຫ້ການນຳຢ່າງເປັນປະຈຳ.
4. ຄົ້ນຄ້ວາກະກຽມແລະຮຽບຮຽງເອກະສານຕ່າງໆຂອງອົງການປົກຄອງແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງເພື່ອພິຈາລະນາ, ກວດຜ່ານ, ບົດລາຍງານແລະນິຕິກຳຕ່າງໆ ທີ່ຈະສະເໜີຂໍຄຳເຫັນຊີ້ນຳ, ຂໍການຕົກລົງແລະຂໍລາຍເຊັນຈາກເຈົ້າແຂວງ.
5. ອອກແຈ້ງການ, ໜັງສືທາງລັດຖະການໄປຍັງພະແນກວິຊາການແລະທຽບເທົ່າຂອງແຂວງ, ອົງການປົກຄອງຂັ້ນລຸ່ມແລະພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອແຈ້ງໃຫ້ຊາບຫຼືຈັດຕັ້ງປະຕິບັດກ່ຽວກັບການຕົກລົງຫຼືຄຳເຫັນຊີ້ນຳ ຂອງເຈົ້າແຂວງ ກ່ຽວກັບບັນຫາສຳຄັນໃດໜຶ່ງ, ຊຸກຍູ້, ຕິດຕາມ, ສັງລວມ ແລະ ລາຍງານສະພາບການຈັດຕັ້ງປະຕິບັດຕໍ່ອົງການປົກຄອງແຂວງ, ເຈົ້າແຂວງຕາມລະບຽບການ.
6. ສະໜອງຂໍ້ມູນຂ່າວສານອັນຈຳເປັນໃຫ້ແກ່ອົງການປົກຄອງແຂວງ ເພື່ອຮັບໃຊ້ການບໍລິຫານ, ສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວຂອງອົງການປົກຄອງແຂວງ, ເຈົ້າແຂວງໃຫ້ປະຊາຊົນ, ສັງຄົມໄດ້ຮັບຮູ້ແລະເຂົ້າໃຈ.
7. ຕອບ ແລະ ຮັບຟັງຄຳຄິດຄຳເຫັນ, ຮັບຟັງຄຳສະເໜີ, ຄຳຮ້ອງຂໍຄວາມເປັນທຳຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງສັງຄົມກ່ຽວກັບບັນຫາຕ່າງໆທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງອົງການປົກຄອງແຂວງ, ເຈົ້າແຂວງເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂຫືຼນຳສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄ້ວາແກ້ໄຂຕາມລະບຽບກົດໝາຍ.
8. ຄຸ້ມຄອງເອກະສານທາງລັດຖະການທີ່ເຂົ້າ-ອອກແລະຈໍລະຈອນ ຢູ່ພາຍໃນຫ້ອງວ່າການປົກຄອງແຂວງວຽງຈັນໃຫ້ເປັນລະບຽບ, ວ່ອງໄວແລະຖືກຕ້ອງຊັດເຈນ, ທາງດ້ານຮູບແບບ, ດ້ານນິຕິໄນແລະຮັກສາໄດ້ອັນທີ່ເປັນຄວາມລັບ, ຮັບແລະຈັດສົ່ງເອກະສານທາງດ້ານລັດຖະການໃຫ້ເຖິງເປົ້າໝາຍທີ່ກ່ຽວຂ້ອງຕາມລະບຽບການ.
9. ປະສານສົມທົບບັນດາພະແນກການຂອງແຂວງແລະທຽບເທົ່າຫຼືອື່ນໆທີ່ກ່ຽວຂ້ອງເພື່ອດຳເນີນກອງປະຊຸມປຶກສາຫາລື, ແກ້ໄຂບັນຫາຕ່າງໆຕາມການມອບໝາຍຂອງເຈົ້າແຂວງ.
10. ເປັນໃຈກາງປະສານງານກັບບັນດາອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດເພື່ອຄວາມກົມກຽວໃນການປະຕິບັດໜ້າທີ່ຂອງອົງການປົກຄອງແຂວງໃນແຕ່ລະໄລຍະຢ່າງເປັນປະຈຳ.
11. ບໍລິການຮັບໃຊ້ດ້ານພິທີການຕ່າງໆ, ກະກຽມ, ຈັດຕັ້ງແລະບັນທຶກກອງປະຊຸມສ່ອງແສງລາຍງານວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການປົກຄອງແຂວງຢ່າງເປັນປະຈຳ.
12. ຄຸ້ມຄອງແລະອຳນວຍເງື່ອນໄຂໃນການເຄື່ອນໄຫວເຮັດວຽກໃຫ້ແກ່ບັນດາຫ້ອງການວິຊາການທີ່ສັງກັດຫ້ອງວ່າການປົກຄອງແຂວງຕາມພາລະບົດບາດ.
13. ຄົ້ນຄ້ວາສ້າງແຜນງົບປະມານສຳລັບການເຄື່ອນໄຫວວຽກງານ, ການຈັດຊື້ພາຫະນະ, ອຸປະກອນວັດຖຸ-ເຕັກນິກທັນສະໄໝທີ່ຈຳເປັນ, ການກໍ່ສ້າງ-ສ້ອມແປງແລະບູລະນະສຳນັກງານເຮັດວຽກໃຫ້ແກ່ຫ້ອງວ່າການປົກຄອງແຂວງ, ເຈົ້າແຂວງ.
14. ຈັດຕັ້ງປະຕິບັດວຽກງານປ້ອງກັນສຳນັກງານ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການຮັກສາຄວາມສະຫງົບ, ຄວາມປອດໄພ, ເບິ່ງແຍງຊີວິດການເປັນຢູ່, ສຸຂະພາບຂອງຄະນະປະຈຳພັກແຂວງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
15. ປັບປຸງບູລະນະການຈັດຕັ້ງ, ພະນັກງານ, ກົນໄກການພົວພັນປະສານງານແລະແບບແຜນການຄຸ້ມຄອງບໍລິຫານຫ້ອງວ່າການປົກຄອງແຂວງໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມນະໂຍບາຍລວມ, ອຳນວຍເງື່ອນໄຂໃຫ້ໜ່ວຍພັກແລະບັນດາອົງການຈັດຕັ້ງມະຫາຊົນຫ້ອງວ່າການປົກຄອງແຂວງໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ.
16. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງເຈົ້າແຂວງ.
3.2. ຂອບເຂດສິດ:
1. ເຂົ້າຮ່ວມກອງປະຊຸມວຽກງານຕ່າງໆທີ່ເຈົ້າແຂວງເປັນປະທານຫຼືໂອ້ລົມໃຫ້ຄຳປຶກສາ, ສະເໜີຄວາມ
ຄິດເຫັນໃຫ້ແກ່ເຈົ້າແຂວງກ່ຽວກັບບັນຫາຕ່າງໆທີ່ຈຳເປັນ.