ແຂວງ ວຽງຈັນ ມີອານາເຂດຕິດກັບບັນດາແຂວງ ດັ່ງຕໍ່ໄປນີ້: ທິດເໜືອຕິດກັບ ແຂວງ ຫຼວງພະບາງ, ທິດຕາເວັນອອກສ່ຽງເໜືອ ຕິດກັບ ແຂວງ ຊຽງຂວາງ, ທິດຕາເວັນອອກ ຕິດກັບ ແຂວງ ບໍລິຄຳໄຊ ແລະ ເຂດພິເສດໄຊສົມບູນ, ທິດໃຕ້ ຕິດກັບ ກໍາແພງນະຄອນຫຼວງວຽງຈັນ, ທິດຕາເວັນຕົກສ່ຽງໃຕ້ຕິດກັບຊາຍແດນ ຈັງຫວັດ ເລີຍ (ປະເທດໄທ) ຍາວ 97 ກິໂລແມດ, ທິດຕາເວັນຕົກ ຕິດກັບ ແຂວງ ໄຊຍະບູລີ.
ແຂວງ ວຽງຈັນ ແມ່ນແຂວງທີ່ຢູ່ໃນເຂດຮ້ອນ ອຸນຫະພູມສະເລ່ຍຕໍ່ປີສູງສຸດ 34,68 ອົງສາ, ຕ່ຳສຸດ 18,12 ອົງສາ. ນ້ຳຝົນທີ່ຕົກສະເລ່ຍຕໍ່ປີ 2,668 ມມ ພ້ອມນີ້, ທີ່ຕັ້ງຂອງແຂວງ ວຽງຈັນ ຍັງເປັນພື້ນຖານ ການປະຕິວັດໃນເມື່ອກ່ອນ ເຊັ່ນ: ເຂດເມືອງ ເຟືອງ, ເມືອງ ແມດ, ເມືອງ ກາສີ, ເມືອງ ທຸລະຄົມ, ເມືອງ ໂພນໂຮງ, ເມືອງ ລ້ອງຊານ ແລະ ເມືອງ ຮົ່ມ ຊຶ່ງເປັນຂົງເຂດ ທີ່ພັກປະຊາຊົນປະຕິວັດລາວ ໄດ້ປຸກລຸກຂົນຂວາຍ ແລະ ກໍ່ສ້າງ ກຳລັງປະຕິວັດ, ນຳພາປະຊາຊົນ ບັນດາເຜົ່າ ລຸກຂຶ້ນຕໍ່ສູ້ ຕີເອົາຊະນະ ຈັກກະພັດຝຣັ່ງ ແລະ ອາເມລິກາ ຢູ່ໃນທົ່ວຂອບເຂດ ແຂວງ ແລະ ກຳແພງນະຄອນຫຼວງວຽງຈັນ ແຕ່ປີ 1945 -1975.